ເລື່ອງລາວຂອງ TECH, STARTUP, ແລະ DIGITAL

RecognizeMe ລະບົບປົດລັອກ ແບບຈື່ຈຳໃບຫນ້າຜູ້ໃຊ້ ໃນ iPhone

ຂ່າວໄອທີ

ລ່າສຸດມີຜູ້ພັດທະນາ App ກ່ຽວກັບລະບົບຄວາມປອດໄພໃນ iPhone ແຕ່ App ດັ່ງກ່າວຕ້ອງໄດ້ລົງໃນ iPhone ທີ່ Jailbreak ເທົ່ານັ້ນ, ເຊິ່ງ App ນີ້ໄດ້ຊື່ວ່າ RecognizeMe.

RecognizeMe ຈະມີການເຮັດວຽກທີ່ບໍ່ສັບຊ້ອນປານໃດ, ເຊິ່ງມັນຈະມີຫນ້າທີ່ລັອກ iPhone ຂອງຜູ້ໃຊ້ໄວ້ໃຫ້ປອດໄພຂຶ້ນອີກຊັ້ນຫນຶ່ງ ໂດຍປົກກະຕິ ໃນ iPhone ອຸປະກອນ iDevice ອື່ນໆຈະມີການເຂົ້າລະຫັດທຸກເທຶ່ອເວລາທີ່ເຄື່ອງລັອກ ຫລື ໃສ່ລັອກເຄື່ອງໄວ້ ແລະ ກໍ່ຕ້ອງມີ PIN ໃສ່ເຂົ້າໄປໃນການປົດລັອກ ເພຶ່ອເຂົ້າໃຊ້ງານອຸປະກອນດັ່ງກ່າວ. ແຕ່ RecognizeMe ຈະເປັນໂຕເສີມສຳລັບການລັອກເຄື່ອງ iPhone ຂອງທ່ານ ຄືມັນຈະເພີ່ມຕົວເລືອກມາອີກຫນຶ່ງຢ່າງ ຄື ການປົດລັອກ iPhone ໂດຍໃຊ້ຫນ້າຂອງຜູ້ໃຊ້ ນັ້ນເອງ. ການປົດລັອກໂດຍໃຊ້ຫນ້າຜູ້ໃຊ້ ຫລື ຫນ້າຜູ້ທີ່ໄດ້ມີການຕັ້ງຄ່າໄວ້ນັ້ນຈະເປັນອີກທາງເລືອກຫນຶ່ງໃນການເຂົ້າໃຊ້  iPhone ເຊິ່ງຜູ້ໃຊ້ຈະຕ້ອງໄດ້ເຮັດການສະແກນໃບຫນ້າກ່ອນ ແລະຕ້ອງກົງກັບຫນ້າທີ່ໄດ້ມີການຕັ້ງຄ່າໄວ້ ຈຶ່ງຈະສາມາດເຂົ້າໃຊ້ iPhone ເຄື່ອງດັ່ງກ່າວ, ເຊິ່ງໃນການສະແກນຈະໃຊ້ເວລາປະມານ 5-15ວິນາທີ. ນອກນັ້ນຍັງມີການປັບລະດັບຄວາມປອດໄພໃນການສະແກນ ແລະ ເກັບຮູບໃບຫນ້າທີ່ເຮັດການສະແກນທຸກເທຶ່ອໄວ້ໄດ້ອີກດ້ວຍ.

ສຳລັບ App RecognizeMe ນີ້ຈະມີລາຄາຂາຍ (ບໍ່ໄດ້ແຈກຫລ້າ) ໃນລາຄາ $7 ແລະກໍ່ແພງສົມຄວນ ແຕ່ວ່າ App ນີ້ຍັງບໍ່ທັນສຳເລັດສົມບູນເທຶ່ອ ແລະຄາດວ່າມັນອາດຈະເຮັດວຽກໄດ້ດີກວ່າທີ່ເຫັນໃນ Video ທາງລຸ່ມນີ້ ແຕ່ຫາກໃຜທີ່ບໍ່ໄດ້ Jailbreak iPhone ແລະກໍ່ບໍ່ຢາກເສຍເງິນ ກໍ່ສາມາດໄປທົດລອງ App ທີ່ມີລັກສະນະຄ້າຍກັນນີ້ໄດ້ທີ່ AppStore ໂດຍຊື່ App ແມ່ນ FaceOnIt ຫລືຕາມລິ້ງນີ້ເລີຍ http://itunes.apple.com/us/app/faceonit/id429435133

ຕົວຢ່າງວິດີໂອ ການໃຊ້ງານ App RecognizeMe ຢູ່ທາງດ້ານລຸ່ມນີ້.

ທີ່ມາ – Engadget

ລອງອ່ານກ່ຽວກັບ  Microsoft ເລັ່ງອອກ windows 8 ພາຍໃນສອງປີ

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ຊັນ ຂ້ອຍ ມີຮູບ ຖ່າຍ ເຈົ້າ ຂອງ iPhone
    ແລ້ວ ເອົາ iphone ຂອງລາວ ມາ scan ຮູບ ຖ່າຍນັ້ນ
    ກະໄດ້ຕົວະ

    1. ກໍ່ລອງເບິງ ຫາກມີການັບຄວາມປອດໄພໃນການສະແກນສູງມັນກໍ່ອາດຈະບໍ່ຜ່ານເດີ່ ຮະຮະຮະ

  2. ຖ້າ ຖືກ ຄົນກິນ ເບຍແລ້ວ ຕາ ຕູບ ຕາປວມ ແຖມ ໜ້າ ບວມ ອີກ
    ແລ້ວ ມັນຊິຮູ້ບໍ່ ລະ ຄິຄິຄິ

      1. ຖ້າໃສ່ PIN ລະຊິເຮັດ RecognizeMe ມາໃຫ້ເສຍເວລາ scan ເຮັດຫຍັງບຸ
        ຊ່ຳວ່າ ລະບົບ RecognizeMe ບໍ່ມີຄວາມ ໝາຍເລີຍ (ໜ້າຈະເຮັດ ເພື່ອຄວາມ ຫຼູຫຼ້າ ຊື່ໆຕິ)
        ກະຄືເກົ່າເລີຍ ເຂົ້າ password ຢ່າງດຽວ ຍັງຊິໄວກວ່າ

        1. ກໍ່ເປັນທາງເລືອກເດ ເພຶ່ອເກີດກໍລະນີທີ່ທ່ານເວົ້າມາກ່ອນຫນ້ານັ້ນຫລາຍໆອັນ ຮະຮະ ບາງທີຖືກແຕນຕອດ ຫລື ກິນເບຍແລ້ວຕາຕູບ ຮະຮະ

  3. ລະບົບ ນີ້ ຍັງ ມີຄວາມ ບົກຜ່ອນ ສູງງງງງຫຼາຍ ຢູ່ ເພາະ ໃບໜ້າ ຄົນເຮົາ ປ່ຽນ ແປງໄດ້
    ງ່າຍ

    ບໍ່ວ່າຈະ ຕອນ ໄຫ້ , ບໍ່ສະບາຍ ແລະ ອື່ນໆ…………


    ແຕ່ມັນກະມີ ຂ້ດີ ຢູ່ ຖ້າ ຮູ້ປ່ຽນ ວິກິດເປັນໂອກາດ

    ສົມມຸດ ກິນເບຍ ເມົາ ຫຼາຍໆ ກັບບ້ານ ບໍ່ໄດ້(ໝູ່ກະເມື່ອບ້ານໝົດ) ຊິໂທໃຫ້ ເມຍ ມາ ຮັບ

    ກະໂທບໍ່ ໄດ້ ເພາະ scan ໜ້າ ບໍ່ຜ່ານ ຈຶ່ງຂັບລົດ ກັບ ບ້ານ ເອງ ແລ້ວ ຖືກ ຕຳຫຼອດ ກວດ

    ກໍສາມາດໃຊ້ ຄວາມ ບົກຜ່ອນ ຂອງ ລະບົບນີ້ ເປັນ ຂໍ້ອ້າງໄດ້ເລີຍ ກາກ​ໆໆໆໆ
     

    1. ມັນກໍ່ບໍ່ເທບຫລາຍດອກ ແຕ່ແນວຄິດມັນເທບຫລາຍ ຮະຮະ ສ່ວນຫລາຍຈະເຫັນແຕ່ໃນຫນັງ ຮະຮະ… ອັນເລື່ອງຫນ້າປ່ຽນຕອນໄຫ້ ຫລື ບໍ່ສະບາຍນັ້ນມັນກໍ່ອາດຈະຍັງຈື່ໄດ້ຢູ່ດອກ ຄືກັບຄົນເຮົານິແລະ ກໍ່ຍັງຈື່ກັນໄດ້ ແຕ່ກະບໍ່ແນ່ ຫາກຖືກຕໍ່ ຫຼື ແຕນຕອດມາ ຮະຮະ

Leave a Reply to Souliyo Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.