ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ມາຫລິ້ນ Facebook ໃຫ້ປອດໄພ ແລະ ເປັນສ່ວນໂຕ ດ້ວຍ ReclaimPrivacy

FREE WARE, How To...

ຫລາຍຄົນອາດຈະບໍ່ຮູ້ ຫລືບໍ່ສົນໃຈວ່າ ການໃຊ້ຊື່ສັງຄົມອອນໄລນ໌ຕ່າງໆຢ່າງເຊັ່ນ Facebook ນັ້ນຄວາມຈະມີຄວາມເປັນສ່ວນໂຕທີ່ສູງ ເພຶ່ອຈະບໍ່ໃຫ້ຕົກເປັນເຍຶ່ອຂອງຜູ້ບໍຫວັງດີຕ່າງໆ ເພາະຄົນພວກນີ້ຈະເຮັດທຸກວິຖີທາງ ແລະ ບໍ່ວ່າຈະໄດ້ຫນ້ອຍ ຫລື ຫລາຍກະເຈົ້າກໍ່ເອົາ ເປັນຕົ້ນແມ່ນຂໍ້ມູນຊ່ວນໂຕຕ່າງໆທີ່ເຮົາໄດ້ໃສ່ລົງໄປໃນໂປຼໄຟລ໌ ແລະ ຮູບຕ່າງໆຂອງເຮົາ. ແລະກໍ່ມີຫລາຍຄົນຖາມວ່າຈະເຮັດແນວໃດຈະປົກປ້ອງຂໍ້ມູນຕ່າງໆບໍ່ໃຫ້ຄົນອື່ນເຂົ້າເຖິງໄດ້ນອກຈາກຫມູ່ຂອງເຮົາ ເຊິງວິທີກໍ່ໃຫ້ເຂົ້າໄປຕັ້ງຄ່າຄວາມເປັນສ່ວນໂຕ ເຊິ່ງມັນກໍ່ອາດຈະຊັບຊ້ອນ ແລະ ເຂົ້າໃຈຍາກສຳລັບຜູ້ຫລິ້ນບາງຄົນ ສະນັ້ນທາງເວັບກໍ່ເລີຍມາແນະນຳເຄື່ອງມື ຫລື ທາງອອກທີ່ງ່າຍກວ່ານັ້ນ ທີ່ຈະຊ່ວຍໃຫ້ທ່ານຫລິ້ນ Facebook ແບບເປັນສ່ວນໂຕ ແລະປອດໄພຂຶ້ນ ເຊິ່ງມັນກໍ່ຄື ReclaimPrivacy.

ReclaimPrivacy ເປັນເຄື່ອງມືທີ່ຈະຊ່ວຍເຊັກ ແລະ ຊ່ວຍຈັດການຕັ້ງຄ່າຄວາມເປັນສ່ວນໂຕໃນ Facebook ຂອງທ່ານໃຫ້ເປັນສ່ວນໂຕຂຶ້ນ ເພຶ່ອໃຫ້ປອດໄພຈາກຄົນບໍ່ດີ ວິທີການໃຊ້ງານກໍ່ງ່າຍໆ ກ່ອນອື່ນແມ່ນເຂົ້າໄປທີ່ http://www.reclaimprivacy.org/facebook ແລ້ວກໍ່ຈັດການລາກເອົາປຸ່ມ Scan for Privacy ໄປໄວ້ທີ່ Bookmark bar  ຕາມຮູບທາງລຸ່ມນີ້.

ພໍຫລັງຈາກດຶງໄປໄວ້ແລ້ວ ກໍ່ຈະເຫັນວ່າມີ Bookmark ທີ່ຊື່ Scan for Privacy ຢູ່ທີ່ Bookmark Bar ຂອງໂປຼແກຼມທ່ອງເວັບຂອງທ່ານດັ່ງຮູບດ້ານລຸ່ມນີ່, ເຊິ່ງບໍ່ວ່າຈະເປັນໂປຼແກຼມໃດກໍ່ປະຕິບັດຂັດຕອນດຽວກັນໄດ້.

ຫລັງຈາກນັ້ນໃຫ້ທ່ານເຂົ້າໄປທີ່ Facebook ຂອງທ່ານ ແລະ ເຂົ້າໄປຕັ້ງຄ່າຄວາມເປັນສ່ວນໂຕ ຫລື Privacy Settings ໂດຍເຂົ້າໄປທີ່ https://www.facebook.com/privacy ເລີຍກໍ່ໄດ້. ຫລັງຈາກເຂົ້າໄປແລ້ວໃຫ້ຄິກທີ່ປຸ່ມ Bookmark ທີ່ເຮົາໄດ້ລາກຂຶ້ນໄປໄວ້ທີ່ Bookmark Bar ແລ້ວກໍ່ຈະມີການສະແກນ ແລ້ວບອກເຮົາວ່າ ສ່ວນໃດຂອງເຮົາບໍ່ເປັນສ່ວນໂຕ ຫລືບໍ່ຄວນປ່ອຍໄວ້ທົ່ວໄປ ຫລັງຈາກນັ້ນກໍ່ຄິກທີ່ປຸ່ມສີ່ລ່ຽມທີ່ອອກມາທາງຂ້າງ ໃນແຕ່ລະຫົວຂໍ້ ເພຶ່ອປັບປຸງ ພຽງເທົ່ານີ້ກໍ່ເປັນອັນວ່າສຳເລັດແລ້ວ.

ຢ່າງໃດກໍ່ຕາມ ການນຳໃຊ້ສື່ສັງຄົມອອນໄລນ໌ໃຫ້ປອດໄພນັ້ນ ແມ່ນບໍ່ຄວນ Add ຫລື ຮັບ Add ຄົນທີ່ເຮົາບໍ່ຮູ້ຈັກມາເປັນເຄື່ອຄ່າຍຫມູ່ຂອງເຮົາ ຈະປອດໄພທີ່ສຸດ ແຖມຍັງຈະປາດສະຈາກພວກທີ່ມັກຕິດແທັກເພຶ່ອໂຄສະນາຊວນເຊຶ່ອ ຫລື ການກະຈາຍລິ້ງໄວຣັສຕ່າງໆ. ອີກທັ້ງເວລາທີ່ບັນຊີຂອງທ່ານມີປັນຫາກໍ່ຈະງ່າຍກັບການແກ້ໄຂ ເພຶ່ອກັບມາໃຊ້ໄດ້ຄືເກົ່າ. ສຳລັບໃຜທີ່ເຂົ້າມາອ່ານບົດຄວາມນີ້ ກໍ່ຂໍໃຫ້ໄປບອກຫມູ່ຂອງທ່ານຕໍ່ໆກັນ ກ່ຽວກັບການຕັ້ງຄ່າຄວາມເປັນສ່ວນໂຕ ແລະ ການ Add ຫມູ່ແບບບໍ່ເລືອກຫນ້າ.

 

ລອງອ່ານກ່ຽວກັບ  Facebook ເປີດໃຫ້ອັບເກດຫນ້າຕາ Profiles ໃຫມ່ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.