ເລື່ອງລາວຂອງ TECH, STARTUP, ແລະ DIGITAL

PayPal ຟ້ອງອະດີດພະນັກງານ ແລະ Google ເນື່ອງຈາກ Google Wallet

ຂ່າວໄອທີ

 

ຫລັງຈາກທີ່ Google ເປີດໂຕ Google Wallet ໄປກໍ່ມີເລື່ອງອອກມາທັນທີ ເພາະ PayPal ລຸກຂຶ້ນມາຟ້ອງ Google ພ້ອມກັບ ອະດີດພະນັກງານສອງຄົນ (Osama Bedier ແລະ Stephanie Tilenius) ທີ່ຍ້າຍໄປເຮັດວຽກກັບ Google ໃນຫນ່ວຍງານ Google Wallet. ໂດຍ PayPal ໃຫ້ສາເຫດ ຫລື ຂໍ້ຫາວ່າ Osama Bedier ອະດີດພະນັກງານຂອງຕົນ ໄດ້ລັກເອົາຄວາມລັບທາງການຄ້າຂອງບໍລິສັດ ໄປເຜີຍແຜ່ໃຫ້ Google ແລະບໍລິສັດອື່ນໆ, ເນື່ອງຈາກ Osama Bedier ກໍ່ຮູ້ເລິກກ່ຽວກັບຄວາມລັບ ຫລື ເລື່ອງວຽກງານກ່ຽວກັບ Mobile Payment ຂອງ Paypal. ນອກນັ້ນ Stephanie Tilenius ກໍ່ຖືກຂໍ້ຫາທີ່ຜິດສັນຍາ ການຈ້າງງານ ທີ່ມີກັບ Paypal ທີ່ເກນເອົາ Osama Bedier ໄປເຮັດວຽກໃຫ້ Google.

ນອກນັ້ນຍັງມີລາຍງານຈາກສຳນັກຂ່າວອື່ນອີກວ່າ ສາເຫດທີ່ PayPal ຟ້ອງ Google ແລະ ສອງອະດີດພະນັກງານ ໂດຍສະເພາະ Osama Bedier ຍ້ອນວ່າ PayPal ກຳລັງຈະອອກຜະລິດຕະພັນ ຫລື ບໍລິການໃຫມ່ ຄ້າຍໆກັບ Google Wallet ທີ່ Google ຫາກໍ່ເປີດໂຕໄປນີ້ ຈຶ່ງແນ່ໃຈວ່າ Osama Bedier ຈະນຳຄວາມລັບຂອງດັ່ງກ່າວນັ້ນ ໄປໃຊ້ເພຶ່ອພັດທະນາ Google Wallet ໃຫ້ກັບ Google.

ຢ່າງໃດກໍ່ຕາມ ເລື່ອງນີ້ຍັງບໍ່ມີທີທ່າວ່າສິຈົບລົງງ່າຍໆ, ເຊິ່ງບໍ່ແນ່ Google ເປັນບໍລິສັດທີ່ໃຈໃຫຍ່ ອາດຈະຍອມເສຍເງິນຈຳນວນມະຫາສານ ເພຶ່ອໃຫ້ເລື່ອງນີ້ຈົບລົງດ້ວຍດີກໍ່ໄດ້ ແຕ່ຫາກ PayPal ມີໂປຼເຈັກ ຫລື ໂຄງການຄ້າຍໆກັນກັບ Google Wallet ແທ້ ເຮົາກໍ່ອາດຈະໄດ້ເຫັນວ່າ ຂອງໃຜສິແນ່ກວ່າກັນ.

ທີ່ມາ – Mashable

ລອງອ່ານກ່ຽວກັບ  Apple ຂຶ້ນເປັນແບນທີ່ມີມູນຄ່າສູງທີ່ສຸດໃນໂລກ ແຊງຫນ້າ Google

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.