ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Nokia ຕຽມອອກ Nokia N9 ທີມາພ້ອມກັບລະບົບປະຕິບັດການ MeeGo

ຂ່າວໄອທີ, ໂທລະສັບ

ລ່າສຸດມີການປ່ອຍວິດີໂອໂຄສະນາອອກມາຍົ້ວນ້ຳລາຍຜູ້ໃຊ້ ເຖິງວ່າວິດີໂອຈະບໍ່ເປັນທາງການ ຫລືເປັນວິດີໂອລຸດອອກມາ, ແຕ່ນັ້ນກໍ່ເຮັດໃຫ້ຮູ້ວ່າເປັນ Nokia N9 ທີ່ມີຮູບລຸດ ແລະ ຂ່າວລືອອກມາຫລາຍເທຶ່ອກ່ອນຫນ້ານີ້. ຕາມລາຍງານໄດ້ບອກວ່າ Nokia N9 ນີ້ຈະມາກັບລະບົບປະຕິບັດການ MeeGo, ກ້ອງ 12ລ້ານພິກເຊວ ທີ່ເປັນເລນ Carl Zeiss, ນອກນັ້ນ Nokia N9 ຍັງຈະມີຄີບອດ QWERTY ທີ່ສະໄລ້ອອກມາທາງດ້ານຫລັງອີກດ້ວຍ. (ສາມາດເບິງວິດີໂອ ທ້າຍຂ່າວ).

ຢ່າງໃດກໍ່ຕາມ, ເທົ່າທີ່ສັງເກດນັ້ນທາງດ້ານ UI ໃນໂຄສະນາດັ່ງກ່າວແມ່ນມີຫນ້າຕາຄືກັບ Symbian Anna ທີ່ອອກມາກ່ອນຫນ້ານີ້ ແລະ ຈະກຽມອັບເດດໃຫ້ Symbian 3 ຕາມຂ່າວທີ່ໂນເກຍໄດ້ປະກາດອອກມາ. ຈັງໃດກໍຕິດຕາມກັນຕໍ່ໄປວ່າ Nokia N9 ນັ້ນຈະມາກັບລະບົບປະຕິບັດການໃດກັນແທ້ ບໍ່ແນ່ອາດຈະອອກມາຫລາຍລຸ້ນ ທີ່ຫນ້າຕາຄ້າຍຄືກັນເຊັ່ນມີສາມລຸ້ນ ສາມລະບົບປະຕິບັດການຄື: Symbian Anna, MeeGo ແລະ Windows Phone 7 ກໍ່ເປັນໄດ້.

ທີ່ມາ – Engadget

ລອງອ່ານກ່ຽວກັບ  Google ເຜີຍ Android 3.0 Honeycomb ຢ່າງເປັນທາງການແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ຫວັງວ່າໂຕທີ່ຈະອອກມາຄົງຈະດີກ່ວາ N900 ທີ່ອອກມາກ່ອນຫນ້ານີ້ (ແຕ່ໂດຍລວມລະມັກລະບົບMeeGoຕົງທີ່ເປືດຫລີ້ນໄດ້ຫລາຍໆຫນ້າພ້ອມກັນໂດຍສະເພາະແມ່ນເວລາເຂົ້າເນັດ)
    ອີກຢ່າງຄືບັນຫາຂອງເຄື່ອງມັກຄ້າງ ແລະກ້ອງມີບາງຄັ້ງເວລາບັນທຶກພາບຖ່າຍແລ້ວມັນຈະຄ້າງຫລືບໍ່ເຄື່ອງກໍ່ດັບໄປເອງ ບັນຫາທຸກຢ່າງຂອງ nokia ຖືວ່າດີໝົດແຕ່ມາຕິດທີ່ເຄື່ອງມັກຄ້າງຊາທີ່ໃຊ້ມາຫລາຍໆຫລຸ້ນແມ່ນແຕ່ N8 ກະຍັງມີຢູ່ໃຫ້ເຫັນ

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.