ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Nokia ເອົາໃຈສາວໆໂດຍເປີດໂຕ Nokia N8 ສີບົວ ມາພ້ອມ Symbian Anna

ຂ່າວໄອທີ, ໂທລະສັບ

ລ່າສຸດ Nokia ປະກາດເປີດໂຕໂທລະສັບມືຖື N8 ອີກຫນຶ່ງສີ, ຫລັງຈາກທີ່ເປີດໂຕໄປໃນປີທີ່ຜ່ານມາ. ເຊິ່ງ Nokia N8 ລຸ້ນນີ້ຈະມີສີບົວ, ເຊິ່ງພາຍໃນ ແລະ ສະເປັກຕ່າງໆຈະຄືກັບ Nokia N8 ສີອື່ນໆ ທີ່ມາກັບກ້ອງທີ່ມີຄວາມລະອຽດສູງເຖິງ 12ລ້ານພິກເຊວ ແລະຍັງສາມາດບັນທຶກວິດີໂອແບບ HD ໄດ້ອີກດ້ວຍ. ຫນ້າຈໍ AMOLED ຂະຫນາດ 3.5ນິ້ວ ແລະກໍ່ມີປັບແຕ່ງ Theme ເລັກໆນ້ອຍໆ, ທີ່ສຳຄັນຈະມາກັບລະບົບປະຕິບັດການໂຕໃຫມ່ລ່າສຸດຄື Symbian Anna.

Nokia N8 ຖືວ່າເປັນໂທລະສັບທີ່ເຮັດຍອດຂາຍໄດ້ພໍສົມຄວນ ແລະ ກໍ່ໄດ້ສຽງຕອບຮັບທີ່ດີນຳອີກດ້ວຍ, ສະນັ້ນເພຶ່ອຕອບໂຈດຜູ້ໃຊ້ໂດຍສະເພາະເປັນສາວໆ ທາງ Nokia ເລີຍອອກ Nokia N8 ລຸ້ນສີບົວນີ້ອອກມາ ເພຶ່ອຕາມກະແສນິຍົມ ແລະແຟຊັ່ນ.

ທີ່ມາ – Nokia

ລອງອ່ານກ່ຽວກັບ  FireFox 4 ອອກເວີຊັ່ນເຕັມ ສຳລັບ Android ແລະ Maemo ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.