ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຂ່າວລື: Apple ອາດຈະບໍ່ສະຫນັບສະຫນຸນ iPhone 3GS ໃນ iOS 5

ຂ່າວໄອທີ

ລ່າສຸດມີຂ່າວລືອອກມາຈາກການ Tweet ຂອງ Eldar Murtazin ບັນນາທິການຂອງເວັບໄຊຕ໌ Mobile-Review ໃນລັດເຊຍ ເຊິ່ງໄດ້ບອກວ່າ iOS 5 ທີ່ຈະອອກມາໃນອານາຄົດ ຈະບໍ່ສະຫນັບສະຫນຸນ iPhone 3GS, ເຊິ່ງຂ່າວແບບນີ້ເຖິງຈະເປັນການເວົ້າລອຍໆອອກມາ ແຕ່ກໍ່ຫນ້າສົນໃຈ ແລະ ກໍ່ເປັນໄປໄດ້.

Just one comment. Apple iPhone 3Gs wont be upgradable to iOS 5.x. iPhone 4 will.

ເຊິ່ງຈາກການຄາດການຂອງແຫລ່ງຂ່າວບອກວ່າ iOS 5.x ນີ້ຈະຕ້ອງການສະເປັກເຄື່ອງຢ່າງຕຳເທົ່າກັບ iPhone 4 ລຸ້ນປະຈຸບັນ. ຢ່າງໃດກໍ່ຕາມ ຂ່າວນີ້ຜູ້ກ່ຽວເອງກໍ່ຄາດວ່າ ມັນອາດຈະເປັນໄປໄດ້ເນື່ອງຈາກ iPhone 3G ກໍ່ຖືກຍຸດການສະຫນັບສະຫນຸນຢູ່ທີ່ iOS 4.2.1 ແລະໃນຂະນະດຽວກັນ iPhone 3GS ເຖິງຈະສາມາດອັບເກຼດເປັນ​ iOS 4.3.x ມາໄດ້ ແຕ່ບາງຄວາມສາມາດກໍ່ຖືກຕັດອອກໄປ ເນື່ອງຈາກຮາດແວທີ່ໃຊ້ບໍ່ສະຫນັບສະຫນຸນ ແລະ ອັນເນື່ອງມາຈາກປະສິທິພາບໃນການໃຊ້ງານ. ແຕ່ບໍ່ແນ່ Apple ອາດຈະຢຸດການອອກຊຸດອັບເດດໃຫ້ກັບ iPhone 3GS ໃນໄວໆນນີ້ ຫລື ກ່ອນທີ່ຈະອອກ iOS 5 ອີກກໍ່ເປັນໄດ້.

ທີ່ມາ – Macrumors

 

ລອງອ່ານກ່ຽວກັບ  Facebook ປ່ອຍຫນ້າໂປຼໄຟລ໌ແບບ Timeline ໃຫ້ກັບຜູ້ໃຊ້ທຸກຄົນແລ້ວ!

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply to La Vongmany Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.