ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ການເຊື່ອມຕໍ່ຂໍ້ມູນ 100 Terabit ຕໍ່ວິນາທີ, ຢູ່ບໍ່ໄກ ເພາະມີຄົນໄປເຖິງແລ້ວ

ຂ່າວໄອທີ

ບໍ່ຮູ້ວ່າທ່ານຜູ້ອ່ານຈະຄິດແນວໃດກັບຂ່າວນີ້, ເມຶ່ອລ່າສຸດມີລາຍງານຈາກ New Scientist ລາຍງານວ່າ ປະຈຸບັນມີສອງກຸ່ມນັກວິໃຈໃນປະເທດຢີ່ປຸ່ນໄດ້ທົດລອງກ່ຽວກັບຄວາມໄວຂອງການເຊື່ອມຕໍ່ຂໍ້ມູນ ແລະ ເຮັດສະຖິຕິໄດ້ໄວເຖິງ 100 Terabit ຕໍ່ວິນາທີ (ປະມານ 1024Gbps), ເຊິ່ງໃນນັ້ນແມ່ນກຸ່ມນັກຊ່ຽວຊານຂອງ NCE Laboratories America, ໂດຍໃຊ້ເລເຊີຈຳນວນ 370ຫົວ ໃສ່ລົງໄປໃນສາຍໄຍແກ້ວ (fiber​ optical) ຄວາມຍາວປະມານ 165ກິໂລແມັດ, ເຊິ່ງໄດ້ຜົນຂອງຄວາມໄວຢູ່ທີ່ 101.7 Terabit ຕໍ່ວິນາທີ.

ແຕ່ໃນຂະນະດຽວກັນນັ້ນທາງນັກວິໃຈຂອງ NICT (National Institute of Information and Communications Technology) ໃນໂຕກຽວປະເທດຢີປຸ່ນກໍ່ໄດ້ ອອກມາປະກາດວ່າທາງການວິໃຈໄດ້ກ້າວໄປສູ່ສະຖິຕິໃຫມ່ຄືຢູ່ທີ່ 109 Terabit ຕໍ່ວິນາທີ, ແລະເປັນການໃຊ້ທິດທາງທີ່ຕ່າງກັນຈາກກຸ່ມທຳອິດ, ເພາະທາງ NICT ໄດ້ໃຊ້ສາຍໄຍແກ້ວແບບ Multi-core ຫລື ຫລາຍແກນ ເຊິ່ງມີຈຳນວນທັງຫມົດ 7core ແລະ ແຕ່ລະ Core ກໍ່ສາມາດຈັດສົ່ງຂໍ້ມູນໄດ້ໄວເຖິງ 15.6 Terabit ຕໍ່ວິນາທີ, ແລະຫາກຄິດໄລ່ໂດຍລວມທັງ 7 Core ກໍ່ຢູ່ທີ່ປະມານ 109 Terabit ຕໍ່ວິນາທີ. ນອກນັ້ນທາງ NICT ຍັງບອກອີກວ່າສາຍໄຍແກ້ວແບບ Multi-core ນັ້ນເປັນສາຍໄຍແກ້ວພິເສດ ທີ່ຍາກ ແລະ ຊັບຊ້ອນໃນການສ້າງຫລາຍອີກດ້ວຍ.

ຈາກຂ່າວນີ້ກໍ່ເຮົາໃຫ້ຜູ້ຂຽນເອງເຊຶ່ອວ່າ ໃນອານາຄົດອັນໄກ້ ເຮົາກໍ່ອາດຈະໄດ້ເຫັນຄວາມໄວຂອງອິນເຕີເນັດທີ່ຄິດໄລ່ ຫລືເວົ້າກັນເປັນ Gbps ກັນແລ້ວ, ເພາະປະຈຸບັນນີ້ກໍ່ເລີ່ມໄປທີ່ສິບປາຍກວ່າ Mbps ແລ້ວ. ແລະເມຶ່ອມັນມີຄວາມໄວທີ່ເພີ່ມຂຶ້ນ ການພັດທະນາທາງດ້ານຂໍ້ມູນ ແລະ ຄອນເທັ້ນຕ່າງໆກໍ່ຈະພັດທະນາໄປເຊັ່ນກັນ.

ທີ່ມາ – New Scientist

ລອງອ່ານກ່ຽວກັບ  ໃຊ້ XP ສ່ຽງເປັນສອງເທົ່າຂອງ Win7+Vista

Souliyo

Co-Founder and CTO of BIZGITAL and LOCA

Comments
  1. OMG ບ້ານເຮົາກະຊິມີນຳເພິ່ນບໍ່ເດນໍ ຍັງໃຊ້ ເນັດ ໃນ ລະດັບ kbps ຢູ່ເລີຍ

  2. ໂອ່ ຂ່າວໃຫຍ່ໃດ໋ນິ

    ໄດ້ຍິນວ່າ ຍີ່ປຸ່ນ , ຈີນ , ເກົາຫຼີ ຈະຈັບມືກັນ ສ້າງ ລະບົບປະຕິບັດການ (OS) ຂອງ Computer ຂຶ້ນແທນທີ່ ລະບົບ Windows ຂອງຍັກໃຫຍ່ Microsoft ໃນອານາຄົດ ແລະ ດີກວ່າ ລວມທັງເປັນ open souce ອີກ , ດຽວນີ້ບໍ່ຮູ້ວ່າ ຈັກຂ່າວໄດ້ຂຶບໜ້າໄປໃສລະນໍ!

    ແຕ່ຖ້າບວກ ກັບ Technology ນີ້ລະ ຄືຊິ ສຸໂຂຍເລີຍ 🙂
    ເຊັ່ນດຽວກັບ Apple ຈັບມືກັບ Intel

    1. ມັນບໍ່ມີທາງທີ່ຈະຫລົ້ມໄດ້ດອກ ເພາະອົງກອນ ແລະຫນ່ວຍງານສ່ວນໃຫຍ່ກໍ່ໃຊ້ Windows ແລະກໍ່ Microsoft Office ເຊິ່ງຫາກພະນັກງານ ຫລື ບຸກຄົນໃດຫນຶ່ງໃຊ້ງານລະບົບປະຕິບັດການອື່ນ ທີ່ບໍ່ມີ MS Office ແລ້ວຈະເຮັດວຽກກັນແນວໃດ. ເຊິ່ງແຕ່ກ່ອນຜູ້ໃຊ້ Mac ກໍ່ພົບກັບປັນຫານີ້ ແຕ່ປະຈຸບັນໃນ Mac OS X ກໍ່ມີ MS Office ແລ້ວ ຈຶ່ງເຮັດໃຫ້ມີຜູ້ໃຊ້ Mac ເພີ່ມຂຶ້ນມາ.

  3. ທີ່ຈິງລະບົບປະຕິບັດການ ຂອງ ຈີນ ແລະ ອື່ນໆ ກໍມີຫຼາຍ ແຕ່ກໍຍັງ ຫຼົ້ມ Windows ບໍ່ໄດ້

Leave a Reply to souliyo Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.