ເລື່ອງລາວຂອງ TECH, STARTUP, ແລະ DIGITAL

MacBook Air ລຸ້ນໃຫມ່ກຳລັງຈະມາພ້ອມ Sandy Bridge ແລະ Thunderbolt

ຂ່າວໄອທີ

ເປິດໂຕໄປໄດ້ເກືອບຄົບຫນຶ່ງປີແລ້ວ ສຳລັບ MacBook Air ໂດຍລຸ້ນລ່າສຸດແມ່ນເປີດໂຕໄປເມຶ່ອເດືອນ ຕຸລາ ປີທີ່ຜ່ານມາ, ແລະລ່າສຸດກໍ່ມີຂ່າວລື ທີ່ລາຍງານໂດຍ DiggTimes ລາຍງານວ່າ ທາງຜູ້ຜະລິດໃນໄຕຫວັນ ໄດ້ຕຽມທີ່ຈະເລີ່ມຈັດສົ່ງ MacBook Air ໂຕໃຫມ່ໃຫ້ກັບ Apple ໃນທ້າຍເດືອນ, ເພຶ່ອທີ່ຈະຕຽມວາງຂາຍໃນເດືອນ ມີຖຸນາ – ກໍລະກົດ ນີ້.

ຕາມລາຍງານບອກວ່າ MacBook Air ໂຕໃຫມ່ນີ້ຈະເປັນພຽງການອັບເກຼດສະເປັກພຽງຢ່າງດຽວ ຈະຍັງຄົງຮູບຮ່າງ ຫນ້າຕາເກົ່າໄວ້ຢູ່, ແຕ່ສິ່ງທີ່ຈະມາໃຫມ່ນັ້ນແມ່ນຈະໃຊ້ CPU ໂຕໃຫມ່ລ່າສຸດ Sandy Bridge ລຸ້ນ 17W mobile processors ເພຶ່ອໃຫ້ສາມາດໃຊ້ກັບ W10 ແລະ W17 Core 2Duo ທີ່ໃຊ້ໃນລຸ້ນປະຈູບັນໄດ້. ນອກນັ້ນສິ່ງທີ່ຂາດບໍ່ໄດ້ກໍ່ຄືພອດ Thunderbolt ທີ່ມີອັດຕາການຖ່າຍໂອນຂໍ້ມູນຄວາມໄວສູງ 10GB ຕໍ່ວິນາທີ ຕາມທີ່ໄດ້ສົ່ງລົງໄປໃນ MacBook Pro ລຸ້ນອັບເກຼດລ່າສຸດນັ້ນເອງ.

ທີ່ມາ – DiggTimes ຜ່ານ Engadget

ລອງອ່ານກ່ຽວກັບ  Apple ສັ່ງ PhotoFast ຢຸດຜະລິດ SSD ສຳຫລັບ MacBook Air

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.