ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Mozilla ປ່ອຍ FireFox ເວີຊັ່ນ 5ລຸ້ນທົດລອງ ອອກມາໃຫ້ຜູ້ໃຊ້ທົດລອງແລ້ວ

ຂ່າວໄອທີ

ລ່າສຸດທາງ Mozilla ໄດ້ອອກ Firefox ເວີຊັ່ນ 5ລຸ້ນທົດລອງອອກມາໃຊ້ຜູ້ໃຊ້ໄດ້ນຳໄປທົດລອງໃຊ້ແລ້ວ ໂດຍໃນ Firefox 5 beta ນີ້ຈະຍັງບໍ່ມີຫນ້າຕາປ່ຽນແປງໄປຈາກ Firefox 4 ເພາະຈະເນັ້ນເລື່ອງການປ່ຽນແປງທາງໃນຫລາຍກວ່າ ຢ່າງເຊັ່ນ: ປັບປຸງຄວາມສະຖຽນ ແລະ ປະສິດທິພາບພາຍໃນ ແລະ ສະຫນັບສະຫນຸນມາດຕະຖານໃຫມ່ ຄື CSS Animations. ນອກນັ້ນໃນ FireFox 5 Beta ນີ້ຍັງມາກັບຄວາມສາມາດຫນຶ່ງທີ່ເອີ້ນວ່າ  channel switcher ເຊິ່ງຈະເປັນຄວາມສາມາດທີ່ໃຫ້ຜູ້ໃຊ້ລຸ້ນທົດລອງສາມາດຕິດຕາມການອັບເດດຕ່າງໆໄດ້ສາມຊ່ອງທາງ ຄື: Aurora, Beta ແລະ Release. ສຳລັບ Release ແມ່ນຈະເປັນການຖ້າໃຫ້ອັບເດດເວີ່ຊັ່ນສົມບູນ. (ຕາມຮູບທີ່ເຫັນຢູ່ທາງເທິງນັ້ນ).

ສຳລັບຜູ້ອ່ານທ່ານໃດຢາກໄປທົດລອງໃຊ້ FireFox 5beta ກໍ່ສາມາດເຂົ້າໄປດາວໂຫລດໄດ້ທີ່ http://www.mozilla.com/en-US/firefox/channel/

ທີ່ມາ – Mozilla Blog

 

ລອງອ່ານກ່ຽວກັບ  Valve ອອກມາບອກວ່າຫລາຍບໍລິສັດ ກຳລັງພະຍາຍາມເຮັດໃຫ້ເກມເທິງແມັກໄວຂຶ້ນ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.