ເລື່ອງລາວຂອງ TECH, STARTUP, ແລະ DIGITAL

[Google I/O] ລາຍງານທົ່ວໄປຂອງ Chrome ແລະ Chrome Web Store

ຂ່າວໄອທີ

ໃນງານ Google I/O ນອກຈາກຈະມີການເປີດໂຕບໍລິການຕ່າງໆ ແລະ ການຂະຫຍາຍພື້ນທີບໍລິການຂອງ​ Android Market ແລ້ວ, ທາງ Google ຍັງມີການປະກາດສະຖິຕິຂອງ Google Chrome ເຊິ່ງປະຈຸບັນມີຍອດຜູ້ໃຊ້ທີ່ໃຊ້ Chrome ເປັນເວັບບຼາວເຊີຫລັກຈຳນວນ 160ລ້ານຜູ້ໃຊ້, ເຊິ່ງໃນປີທີ່ຜ່ານມາ ມີຍອດຜູ້ໃຊ້ທີ່ຕັ້ງ Chrome ເປັນບຼາວເຊີ່ຫລັກຈຳນວນ 70ລ້ານເທົ່ານັ້ນ. ນອກນັ້ນແລ້ວ ໃນງານນີ້ຍັງມີການສາທິດປະສິດທິພາບຂອງ Google Chrome ເຊິ່ງກໍ່ມີຄວາມໄວຂອງ Java Script ແລະ ການນຳ GPU ເຂົ້າມາໃຊ້ງານການເລັນເດີ່ພາບກຼາບຟິກຕ່າງໆໃນໂຕບຼາວເຊີ່ Chrome ເຊິ່ງປະສິດທິພາບຖືວ່າອອກມາດີພໍສົມຄວນ.

ນອກຈາກທາງດ້ານ Software ຢ່າງ Google Chrome ແລ້ວ ກໍ່ຍັງມີບໍລິການຂອງມັນ ນັ້ນກໍ່ຄື Chrome Web Store, ເຊິ່ງລ່າສຸດ Google ໄດ້ເພີ່ມພາສາອື່ນໆເຂົ້າໄປໃນຮ້ານຄ້າ Chrome Web Store ຈຳນວນ 41ພາສາ, ແລະປະຈຸບັນກໍ່ມີຜູ້ໃຊທັງຫມົດ 160ລ້ານຄົນ. ນອກຈາກນັ້ນ ທາງ Google ຍັງເປີດ In-App Payment ທີ່ມີໃນ Android ໃຫ້ກັບນັກພັດທະນາ App ໃນ Google Chrome ອີກດ້ວຍ.

ທີ່ມາ – Engadget Live Blog

ລອງອ່ານກ່ຽວກັບ  ຂ່າວລື່ iPad ລຸ້ນໃໝ່ຈໍ OLED ແລະ ມີຂະໜາດນ້ອຍລົງ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.