ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Microsoft ເປີດໂຕ Windows Phone 7.1 “Mango” ຢ່າງເປັນທາງການແລ້ວ

ຂ່າວໄອທີ, ໂທລະສັບ

ຫລັງຈາກທີ່ໄດ້ບອກວ່າຈະມີຄວາມສາມາດໃຫມ່ໆເພີ່ມເຂົ້າມາໃນ Windows Phone ລຸ້ນອັບເດດໃຫມ່ ຫລື Mango ຫລາຍກວ່າ 500ລາຍການ, ລ່າສຸດ Microsoft ກໍ່ອອກມາເປີດໂຕ Windows Phone 7.1 ມີ Codename ວ່າ Mango ຢ່າງເປັນທາງການແລ້ວ.

ໃນ Windows Phone 7 ລຸ້ນ Codename Mango ນີ້ຈະມາກັບຄວາມສາມາດ ແລະ ລູກຫລິ້ນໃຫມ່ໆຫລາຍລາຍການ ເຊິ່ງໄດ້ແບ່ງອອກມາເປັນສາມຫມວດໃຫຍ່ຄື: CommunicationsA Smarter Approach to Apps ແລະ Taking the Internet Beyond the Browser.

Communications (ການສື່ສານ ທີ່ງ່າຍຕໍ່ການເຊື່ອມຕໍ່ ແລະ ແບງປັນ): ໃນຫມວດນີ້ຈະເນັ້ນກ່ຽວກັບການເຊື່ອມໂຍງລະຫວ່າງສື່ສັງຄົມອອນໄລນ໌ ແລະ ການສື່ສານອື່ນໆເຂົ້າດ້ວຍກັນ ເຊັ່ນ: ຂໍ້ຄວາມ, Email, IM, twitter, facebook, linkdin ແລະ ອື່ນໆ ເພຶ່ອງ່າຍຕໍ່ການເຂົ້າເຖິງ, ນອກນັ້ນ ຍັງມີການເຊື່ອມໂຍງການເຄື່ອນໄຫວ ຫລື ການອັບເດດຕ່າງໆຂອງຫມູ່ເພື່ອນໄດ້ອີກດ້ວຍ ບໍ່ວ່າຈະເປັນການໂພສຮູບ, Tag ຮູບ ແລະ ການເຄື່ອນໄຫວອື່ນໆ ໂດຍບໍ່ຈຳເປັນຕ້ອງຕ້ອງຕິດຕັ້ງ App. ເຊິ່ງູຄວາມສາມາດຕ່າງໆແບ່ງອອກເປັນດັ່ງລຸ່ມນີ້:

  • ຄວາມສາມາດແບບກຸ່ມ ເປັນການຈັດເພີ່ມກຸ່ມເພຶ່ອຕິດຕາມການອັບເດດໄດ້ທັນທີຈາກຫນ້າ Home ແລະຍັງໄວຕໍ່ການ ສົ່ງຂໍ້ຄວາມ, ອີເມວ, IM ໄປຍັງລາຍຊື່ທີ່ມີໃນ Group ໄດ້ອີກດ້ວຍ.
  • ມີການຕິດບໍລິການສື່ສັງຄົມອອນໄລນ໌ຕ່າງໆ ເຂົ້າໄປໃນໂຕ. Twitter ແລະ LinkdIn ຈະຖືກຕິດເຂົ້າໄປໃນບັນຊີລາຍຊື່ຜູ້ຕິດຕໍ່. ແລະ ໃນ Mango ກໍ່ໄດ້ເພີ່ມຄວາມສາມາດໃນການ Check-ins ແລະ ການກວດຈັບໃບຫນ້າໃນຮູບ ເພຶ່ອງ່າຍ ແລະ ວ່ອງໄວໃນການ Tag ຮູບ ແລະ ໂພສລົງໄປຍັງ facebook.
  • Linked Inbox ລະບົບຮັບສົ່ງ ແລະ ຈັດເກັບ Email ແບບລວມຫລາຍບັນຊີເຂົ້າດ້ວຍກັນ ເພຶ່ອງ່າຍ ແລະ ວ່ອງໄວໃນການເຂົ້າເຖິງ, ນອກນັ້ນຍັງມີການຈັດການ ປະເພດຂໍ້ຄວາມສົນທະນາອີກດ້ວຍ.
  • ໃນ Mango ຍັງໄດ້ເພີ່ມຄວາມສາມາດ voice-to-text ແລະ text-to-voice ເຂົ້າມາໃນການສົ່ງຂໍ້ຄວາມ ຫລື ການ Chat ອີກດ້ວຍ.

A Smarter Approach to Apps: ໃນຫມວດນີ້ Microsoft ຈະໃຫ້ຜູ້ພັດທະນາ ຫລື App ສາມາດໃຊ້ງານ ແລະ ມີ່ສ່ວນຮ່ວມຫລັກຄືກັບ App ຕົວອື່ນໆທີ່ມາກັບໂທລະສັບມືຖື Windows phone ຢ່າງເຊັ່ນການມີແຈ້ງເຕືອນການອັບເດດຕ່າງໆແບບ Real Time ແລະສາມາດເຫັນໄດ້ໃນຫນ້າ Home ຫລື Microsoft ເອີ້ນວ່າ Start Screen ແລະ App ຕ່າງໆຈະສາມາດມີຜົນການຄົ້ນຫາຮ່ວມກັບ Windows Phone Hubs. ເຊິ່ງຄວາມສາມາດຕ່າງໆແບ່ງອອກເປັນດັ່ງນີ້:

  • App Connect: App ຕ່າງໆຈະສາມາດໃຊ້ການຄົ້ນຫາຮ່ວມກັບ Windows Phone Hubs ໄດ້, ເຊິ່ງຈະເຮັດໃຫ້ສາມາດຄົ້ນຫາເພງ, ວິດີໂອ ແລະ ຮູບ ໄດ້ຈາກບ່ອນດຽວກັນ ເພຶ່ອຄວາມສະດວກ ແລະ ວ່ອງໄວ.
  • Live Tiles: ເປັນການແຈ້່ງເຕືອນຕ່າງໆຈາກ App ໂດຍທີ່ບໍ່ຈຳເປັນຕ້ອງເປີດ App ເພຶ່ອເບິ່ງຂໍ້ມູນນັ້ນ ເຊິ່ງຄວາມສາມາດນີ້ ກໍ່ຄ້າຍໆກັບ Notification ແລະ Widget ໃນ Android ນັ້ນເອງ.
  • ສະຫນັບສະຫນຸນ Multitasking, ເຊິ້ງຈະເຮັດໃຫ້ການປ່ຽນການໃຊ້ງານ App ໄດ້ໄວຂຶ້ນ ໂດຍທີ່ App ທີ່ໃຊ້ກ່ອນຫນ້ານັ່ນຍັງເຮັດວຽກຢູ່ດ້ານຫລັງ ເຊິ່ງຄວາມສາດມາດນີ້ກໍ່ຄ້າຍໆກັບ Symbian ທີ່ກົດປຸ່ມຄ້າງໄວ້ ແລ້ວກໍ່ຈະມີ App ທີ່ເປີດຄ້າງຢູ່ຂຶ້ນມາໃຫ້ເລືອກ.

Taking the Internet Beyond the Browser: ໃນຫມວດນີ້ຈະເປັນເລື່ອງຂອງ Browser ແລະ ການເຮັດວຽກຕ່າງໆກັບລະບົບອິນເຕິເນັດ ຂອງ Windows Phone Mango, ເຊິ່ງມີດັ່ງລຸ່ມນີ້:

  • ໃນ Mango ຈະໃຊ້ Browser ເປັນ Internet Explorer 9 ອັນດຽວກັບທີ່ໃຊ້ໃນຄອມພິວເຕີ ເຊິ່ງຈະເຮັດໃຫ້ມີປະສິດທິພາບເທົ່າທຽມກັບລຸ້ນທີ່ໃຊ້ໃນ PC ເຊິ່ງລວມເຖິງການຮອງຮັບ HTML 5 ແລະການດຶງພະລັງການໃຊ້ງານຈາກ Hardware.
  • Local Scout. ສະແດງຜົນຂອງການຄົ້ນຫາ ພ້ອມແນະນຳສະຖານທີ່ທີ່ໄກ້ໂຕທີ່ສຸດກ່ຽວກັບ: ຮ້ານຄ້າ, ຮ້ານອາຫານ, ແລະ ອືນໆ ນອກນັ້ນຍັງສາມາດເກັບເປັນ Favorite ໄດ້ອີກດ້ວຍ.
  • Bing on Windows Phone ເປັນການເພີ່ມຊ່ອງທາງໃນການຄົ້ນຫາເວັບ ເຊິ່ງໃນມີບໍລິການໃຫມ່ເຊັ່ນຫລັກໆແມ່ນ:Bing Vision (ການຄົ້ນຫາຈາກ ການສະແກນຜ່ານກ້ອງ ບໍ່ວ່າຈະເປັນ ຈາກ Barcode, ຫນ້າປົກປຶ້ມ ຫລື Microsoft ກໍ່ໄດ້), ຄົ້ນຫາຈາກ ເພງ ແລະການຄົ້ນຫາຈາກ ສຽງ.
  • Quick Cards ເມຶ່ອມີການຄົ້ນຫາສິນຄ້າ, ຫນັງ, ງານອີເວັ້ນ ຫລື ສະຖານທີ່ຕ່າງໆ ກໍ່ຈະມີການສະແດງ ລາຍລະອຽດແບບສັ້ນໆ ລວມເຖິງການແນະນຳ App ທີ່ກ່ຽວຂ້ອຍໃຫ້ອີກດ້ວຍ.
ລອງອ່ານກ່ຽວກັບ  ໂປຼເຈັກໃຫມ່ ສື່ສານໄຮ້ສາຍດ້ວຍເເສງ LED ເເທນ Wi-Fi

ທີ່ມາ – Engadget

ສຳລັບລາຍລະອຽດ ແລະ ການສາທິດຕ່າງໆກ່ຽວກັບ Windows Phone Mango ນີ້ສາມາດຕິດຕາມໄດ້ຈາກ Video ທາງລຸ່ມນີ້ ຫລື ສາມາດເບິ່ງເພີ່ມເຕີມໄດ້ທີ່ http://www.youtube.com/user/windowsphone#grid/user/52FA64C1CB1718D4


Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.