ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Microsoft ເຂົ້າຊື້ Skype ຢ່າງເປັນທາງການແລ້ວ ດ້ວຍລາຄາ $8.5ພັນລ້ານ

ຂ່າວດ່ວນ

ລາຍງານຂ່າວລ່າສຸດ Skype ບໍລິການ VoIP ຊື່ດັງຂອງໂລກ ຖືກເຂົ້າຊື້ໂດຍ Microsoft ໄປຮຽບຮ້ອຍແລ້ວ. ໂດຍການເຂົ້າຊື້ Skype ຂອງ Microsoft ເທຶ່ອນີ້ ແມ່ນຊື້ດ້ວຍເມັດເງິນສູງເຖິງ $8.5ພັນລ້ານ ແລະກຽມພ້ອມສະຫນັບສະຫນຸນອຸປະກອນ ຫລື ຜະລິຕະພັນຕ່າງໆຂອງ Microsoft ບໍ່ວ່າຈະເປັນ ຮາດແວ ຫລື ຊອຟແວຼ໌ ເຊັ່ນ: Xbox, Kinect, Windows ທັງໂທລະສັບມືຖື, PC ອາດຈະລວມເຖິງແທັບເລັດໃນອານາຄົດ. ນອກນັ້ນທາງດ້ານຊອຟແວຼ໌ກໍ່ຈະມີການເຊື່ອມຕໍ່ເຂົ້າໄປໃນ: Lync, Outlook, Xbox live ແລະອື່ນໆອີກ. ນອກນັນ, ກໍ່ຈະຍັງສະຫນັບສະຫນຸນ Skype ສຳລັບລະບົບປະຕິບັດການອື່ນໆ ທີ່ບໍ່ແມ່ນຂອງ Microsoft ອີກຕໍ່ໄປ.


ຢ່າງໃດກໍ່ຕາມສະຖິຕິ ຫລື ຍອດບໍລິການຂອງ Skype ກໍ່ມີຜູ້ໃຊ້ເຖິງ 170ລ້ານຜູ້ໃຊ້, ແລະມີຜູ້ໃຊ້ໃຫມ່ເພີ່ມຂຶ້ນມື້ລະ 6ແສນລາຍ, ມີການສົນທະນາຜ່ານສຽງ ແລະ Video ລວມແລ້ວປະມານ 207,000,000,000 ນາທີ ໃນປີ 2010 ທີ່ຜ່ານມາ.

ທີ່ມາ – Engadget

ລອງອ່ານກ່ຽວກັບ  Apple ເອົາໃຈຜູ້ທີ່ຫາກໍ່ຊື້ iPad 1 ດ້ວຍການ ຄືນເງິນຈຳນວນ $100

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.