ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Martin Jetpack ສາມາດບິນໄດ້ສູງເຖິງ 1524ແມັດ ຄາດວາງຕະຫລາດໄວໆນີ້

Gadget, ຂ່າວໄອທີ

ໃຜທີ່ເຄີຍເຫັນຄົນທີ່ບິນໂດຍໃຊ້ເຄື່ອງ JetPack ໃນຫນັງຟອມຍັກຕ່າງໆກໍ່ຄົງຈະຮູ້ຈັກດີວ່າ JetPack ແມ່ນຫຍັງ, ແຕ່ຫາກຍັງຄິດບໍ່ອອກແທ້ໆ ກໍ່ເບິງຮູບທາງດ້ານເທິງນີ້ ກໍ່ຈະຮູ້ວ່າມັນແມ່ນຫຍັງ. ເຊິ່ງປະຈຸບັນກໍ່ໄດ້ມີການພັດທະນາ ແລະ ທົດລອງມາຍາວນານຈົນເຖິງ 30ປີແລ້ວ ແຕ່ກໍ່ຍັງບໍ່ມີການວາງຂາຍ ຫລື ໃຊ້ງານໄດ້ສົມບູນ ແຕ່ລ່າສຸດເຄື່ອງ JetPack ຂອງທາງ Martin ກໍ່ໄດ້ເຮັດສະຖິຕິໃຫມ່ທີ່ສາມາດບິນສູງໄດ້ເຖິງ 1524ແມັດ ຈາກການທົດລອງເທຶ່ອລ່າສຸດ (ວິດີໂອທ້າຍຂ່າວ).

ເຊິ່ງໃນການທົດລອງເທຶ່ອນີ້ກໍ່ຈະໃຊ້ການບັງຄັບຈາກ ລີໂມດວິທະຍຸ ໂດຍຜູ້ບັງຄັບຈະນັ່ງຢູ່ເທິງ ເຮລິຄອບເຕີ່ ແລ້ວບັງຄັບເຄື່ອງ Martin JetPack ໄປມາ ແລະຂຶ້ນສູງເຖິງ 1524ແມັດ ກ່ອນທີ່ຈະຕົກລົງມາ. ເຊິ່ງຈາກຜົນຂອງການທົດສອບເທຶ່ອນີ້ ໄດ້ຜົນທີ່ຫນ້າພໍໃຈຫລາຍ ເມຶ່ອທຽບກັບເທຶ່ອທີ່ຜ່ານມາ ເນື່ອງຈາກເທຶ່ອນີ້ເປັນການທົດສອບການບິນທີ່ສາມາດບິນໄດ້ສູງສຸດເທົ່າທີ່ໄດ້ທົດລອງມາ. ນອກນັ້ນຍັງມີການຄາດການອີກວ່າ Martin JetPack ຫນ້າຈະເລີມ ຫລື ສາມາດວາງຕະຫລາດໄດ້ ໃນອີກ 18ເດືອນທາງຫນ້ານີ້ ແລະອາດຈະມີລາຄາປະມານ $86,000. ຕາມລາຄາແລ້ວ ກໍ່ຖືວ່າບໍ່ແພງປານໃດ ເມຶ່ອຖຽບກັບລົດສະປອດ ແລະ ກໍ່ເຊຶ່ອວ່າໃນອານາຄົດ ເຮົາອາດຈະໄດ້ເຫັນການວາງຂາຍ ແລະ ການໃຊ້ງານຢ່າງເປັນທາງການຢ່າງແນ່ນອນ.

ທີ່ມາ – Engadget

ລອງອ່ານກ່ຽວກັບ  Facebook Messenger ສຳລັບ Windows ຫລຸດໃຫ້ດາວໂຫລດທົ່ວເນັດ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.