ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Linus Torvalds ອອກ Linux Kernel ເວີຊັ່ນ 3 ສະຫລອງຄົບຮອບ 20ປີ

ຂ່າວໄອທີ

ເກືອບເປັນເວລາ 20ປີແລ້ວ ຕັ້ງແຕ່ທີ່ Linus Torvalds ໄດ້ອອກ Linux Kernel ລຸ້ນທຳອິດອອກສູ່ສາຍຕາຊາວໂລກ ແລະ ກໍ່ມີຫລາຍກວ່າ 39ລຸ້ນໃນເວີຊັ່ນ 2.6 ແລະມາຮອດປະຈຸບັນນີ້ Linus Torvalds ຜູ້ນຳໂຄງການພັດທະນາ Linux Kernel ກໍ່ໄດ້ອອກມາອະນຸມັດ ແລະ ອອກ Linux Kernel ເວີຊັ່ນ 3 ແລ້ວໃນໂຫມດຂອງ RC 1 ຢ່າງເປັນທາງການ.

ເຊິ່ງປະຈຸບັນ Linus Torvalds ກໍ່ໄດ້ໂພສ Linux Kernel ເວີຊັ່ນ 3 RC1 ຂະຫນາດ 93 MB ໃຫ້ນັກພັດທະນາດາວໂຫລດແລ້ວ ໃນເວັບໄຊຕ໌ http://kernel.org ຢ່າງໃດກໍ່ຕາມ ໃນການອອກເວີຊັ່ນ 3RC 1 ນີ້ທາງຫລາຍ ສຳນັກຂ່າວຄິດວ່າ ເປັນການອອກມາເພຶ່ອສະຫລອງຄົບຮອບ 20ປີຂອງ Linux Kernel ເທົ່ານັ້ນ.

ທີ່ມາ – Engadget

ລອງອ່ານກ່ຽວກັບ  ພະນັກງານກູເກີ້ນຖືກສັ່ງໃຫ້ເຊົາໃຊ້ວິນໂດວສ໌

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.