ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ເປັນຄວາມຈິງ ຫລື ບໍ່? iPhone 4 ສີຂາວ ຫນາກວ່າ iPhone 4 ສີດຳ

ຂ່າວໄອທີ, ໂທລະສັບ
ຮູບພາບການວັດແຖກຄວາມຫນາຂອງ iPhone 4 ສີຂາວ ແລະ ສີດຳ ຈາກ consumerreports

 

ຫລັງຈາກ iPhone 4 ສີຂາວເລີ່ມວາງຂາຍໃນທ້າຍເດືອນເມສາທີ່ຜ່ານມາ ກໍ່ເຮັດໃຫ້ມີຂ່າວອອກມາວ່າ iPhone 4 ລຸ້ນສີຂາວນັ້ນຫນາ ກວ່າ iPhone 4 ລຸ້ນສີດຳ ເຊິ່ງກໍ່ມີການຖ່າຍຮູບອອກມາຍືນຍັນກັນຢ່າງດີ, ແລະ ຂ່າວນີ້ກໍ່ສະແດງໃຫ້ເຫັນວ່າ ໃນການທີ່ iPhone 4 ສີຂາວຫນາກວ່າ iPhone 4 ລຸ້ນສີດຳ ນັ້ນຈະເຮັດໃຫ້ຜູ້ຜະລິດອຸປະກອນເສີມ ເປັນຕົ້ນແມ່ນໂສບ ຫລື Case ນັ້ນເຈີກັບປັນຫາ(ລາຍງານຈາກ Engadget).

ຕໍ່ມາກໍ່ມີຂ່າວອອກມາຕື່ມອີກຈາກ 9to5Mac ວ່າ: ມີຄົນທະວິດໄປຖາມ Phil Schiller ຮອງປະທານອາວຸໂສ ຟ່າຍການຕະຫລາດຂອງ Apple ວ່າເປັນຄວາມຈິງຫລືບໍ່ທີ່ iPhone 4 ສີຂາວນັ້ນຫນາກວ່າ iPhone 4 ລຸ້ນສີດຳ, ເຊິ່ງກໍ່ໄດ້ຄຳຕອບມາວ່າ “ມັນບໍ່ໄດ້ຫນາກວ່າ, ແລະຢ່າໄປເຊື່ອຂ່າວໄຮ້ສາລະທີ່ເຈົ້າອ່ານ”

It is not thicker, don’t believe all the junk that you read

ແລະລ່າສຸດ Consumer Reports ກໍ່ອອກມາລາຍງານວ່າ ຕົນເອງໄດ້ທົດສອບ ແລະວັດແຖກ iPhone 4 ທັງສອງແລ້ວ ແລະຜົນອອກມາກໍ່ຄື iPhone 4 ສີຂາວນັ້ນ ບໍ່ໄດ້ຫນາກວ່າ iPhone 4 ລຸ້ນສີດຳແຕ່ຢ່າງໃດ, ເພາະ iPhone 4 ທັງສອງລຸ້ນນັ້ນມີຄວາມຫນາທີ່ເທົ່າກັນຢູ່ທີ່ 0.37ນິ້ວ ຫລື 9.39ມມ.

ຢ່າງໃດກໍ່ຕາມ, ກໍ່ຍັງມີລາຍງານຂ່າວຈາກຫລາຍສຳນັກວ່າ iPhone 4 ສີຂາວຫນາກວ່າ iPhone 4 ສີດຳ, ເຊິ່ງຜູ້ຂຽນເອງກໍ່ບໍ່ແນ່ໃຈວ່າອັນມັນຈະຫນາກວ່າແທ້ບໍ່, ເຊິ່ງຈາກແຫລ່ງຂ່າວນັ້ນ Consumer Reports ຖືວ່າເປັນແຫລ່ງຂ່າວທີ່ຫນ້າເຊຶ່ອຖືກທີ່ສຸດ ເພາະເປັນເວັບໄຊຕ໌ທີ່ລາຍງານ ແລະແນະນຳກ່ຽວກັບອຸປະກອນອິເລັກໂຕນິກຕ່າງໆ. ທີ່ມາ – Consumer Reports

ລອງອ່ານກ່ຽວກັບ  ມາແລ້ວ The Daily ວາລະສານລາຍວັນ ເທິງອຸປະກອນ iPad

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.