ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ມາແລ້ວ iMac ລຸ້ນປັບປຸງໃຫມ່, ແຮງກວ່າເກົ່າ ແລະ ມາກັບກ້ອງສຳລັບ Facetime

ຂ່າວໄອທີ

ລ່າສຸດ Apple ໄດ້ເປີດໂຕ ຫລື ອັບເກຼດຄອມພິວເຕີສາຍ iMac ໃຫມ່, ໂດຍ iMac ລຸ້ນໃຫມ່ນີ້ຈະມີຫນ້າຈໍ LED ສອງຂະຫນາດຄື 21.5 ນິ້ວ ແລະ 27ນິ້ວ ໂດຍລາຄາແມ່ນເລີ່ມຕົ້ນຕັ້ງແຕ່ $1,199 ຈົນເຖິງ $1,999. ສ່ວນຫນ້າຕານັ້ນບໍ່ແຕກຕ່າງຫລາຍຈາກລຸ້ນກ່ອນຫນ້ານີ້, ແຕ່ທາງດ້ານສະເປັກແລ້ວ Apple ເກິນໄວ້ວ່າແຮງກວ່າ iMac ລຸ້ນເກົ່າເຖິງ 70% ດ້ວຍຫນ່ວຍປະມວນຜົນໂຕໃຫມ່ລ່າສຸດຈາກ Intel ຄື Intel Core i5 quad-core processor (Sandy Bridge) ແລະກາດຈໍຈາກ AMD Radeon HD graphics ທີ່ບອກວ່າແຮງກວ່າລຸ້ນເກົ່າເຖິງ 3ເທົ່າ.

ນອກຈາກ iMac ລຸ້ນໃຫມ່ຈະມາກັບຄວາມແຮງໂດຍ Intel Core i5Sandy Bridge ແລະ AMD ແລ້ວ, iMac ລຸ້ນໃຫມ່ນີ້ຍັງມາກັບກ້ອງທີ່ຮອງຮັບການເຮັດ Video Call ຜ່ານ Facetime ກັບອຸປະກອນອື່ນໆເຊັ່ນ iPad2, iPhone 4 ແລະ iPod touch ອີກດ້ວຍ, ແຕ່ທີສຳຄັນອັນທີ່ຄາດບໍ່ໄດ້ກໍ່ຄືພອດ Thunderbolt  ພອດສຳລັບການຖ່າຍໂອນຂໍ້ມູນຄວາມໄວສູງທີ່ສຸດໃນປະຈຸບັນ ເຊິ່ງໄດ້ອອກມາໃນ Macbook Pro ກ່ອນຫນ້ານີ້, ເຊິ່ງໃນ iMac ກໍ່ມີມາໃຫ້ເຖິງ 2ພອດດ້ວຍກັນ.

ສຳລັບສະເປັກຂອງ iMac ລຸ້ນໃຫມ່ນີ້ຈະມີແຕກຕ່າງກັນໄປ ແລະມີດັ່ງລຸ່ມນີ້:

ສຳລັບລຸ້ນ 21.5ນິ້ວ ມີສອງແບບໃຫ້ເລືອກຄື

21.5-inch: 2.5GHz

  • 2.5GHz Quad-Core Intel Core i5
  • ຄວາມລະອຽດຂອງຈໍ 1920 x 1080
  • ມີ Ram 4GB (2GB)
  • ຮາດດິດ 500GB
  • ກາດຈໍ AMD Radeon HD 6750M  512MB
  • ລາຄາ $1,199

21.5-inch: 2.7GHz

  • 2.7GHz Quad-Core Intel Core i5
  • ຄວາມລະອຽດຂອງຈໍ 1920 x 1080
  • ມີ Ram 4GB (2GB)
  • ຮາດິດ 1TB
  • AMD Radeon HD 6770M 512MB
  • ລາຄາ $1,499

ສຳລັບລຸ້ນ 27ນິ້ວກໍ່ມີສອງໂຕເລືອກຄື:

27-inch: 2.7GHz

  • 2.7GHz Quad-Core Intel Core i5
  • ຄວາມລະອຽດຂອງຈໍ 2560 x 1440
  • ມີ Ram 4GB (2GB)
  • ຮາດິດ 1TB
  • AMD Radeon HD 6770M 512MB
  • ລາຄາ $1,699

27-inch: 3.1GHz

  • 3.1GHz Quad-Core Intel Core i5
  • ຄວາມລະອຽດຂອງຈໍ 2560 x 1440
  • ມີ Ram 4GB (2GB)
  • ຮາດິດ 1TB
  • AMD Radeon HD 6970M 1GB
  • ລາຄາ $1,999

ສຳລັບ iMac ແຕ່ລະລຸ້ນນັ້ນສາມາດອັບເກດສະເປັກຂຶ້ນອີກໄດ້ ເຊັ່ນອັບເກດ CPU ຈາກ Core i5 ໄປເປັນ Core i7. ເຫັນສະເປັກແລ້ວກໍ່ຖືວ່າແຮງ ແລະໃຊ້ເທັກໂນໂລຢີ່ທີໃຫມ່ລ່າສຸດຫລາຍໂຕ, ຫາກໃຜກຳລັງຈະຊື້ຄອມຕັ້ງໂຕະໄວບ້ານຈັກເຄື່ອງໃນຊ່ວງນີ້ ກໍ່ລອງແນມໆເບິງ iMac ລຸ້ນໃຫມ່ນີ້ໄວ້ກໍ່ດີ.

ລາຍລະອຽດເພີ່ມເຕີມ: Apple.com/iMac

ລອງອ່ານກ່ຽວກັບ  Microsoft Touch Mouse ເມົ້າສຳພັດ ຈາກ Microsoft

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.