ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google ເປີດໂຕ Google Wallet ແລະ Google Offer ເປັນທາງການແລ້ວ

ຂ່າວໄອທີ

ລ່າສຸດ Google ກໍ່ຈັດງານຖະແຫລງຂ່າວເປີດໂຕບໍລິການ ກະເປົາເງິນໃນໂທລະສັບ ໃນຊື່ວ່າ Google Wallet ໂດຍມີການຮ່ວມມືກັບຮ້ານຄ້າ, ຜູ້ໃຫ້ບໍລິການບັດເຄດິດ, ຜູ້ໃຫ້ບໍລິການເຄຶ່ອຂ່າຍໂທລະສັບມືຖື ແລະ ອົງກອນທີ່ກ່ຽວຂ້ອງຕ່າງໆໃນເບື້ອງຕົ້ນເຊິ່ງກໍ່ມີ Subway, Macy’s, Walgreens, Toys ‘R Us, First Data, Citibank ແລະ MasterCard ລວມເຖິງ Sprint ໃນຟັ່ງຜູ້ໃຫ້ບໍລິການໂທລະສັບມືຖືອີກດ້ວຍ.

ບໍລິການ ຫລື ການຈ່າຍເງິນຜ່ານ Google Wallet ນີ້ຈະໃຊ້ຮ່ວມກັບການຈ່າຍເງິນຜ່ານລະບົບ PayPass (ໃຊ້ບັດແນບເພຶ່ອຈ່າຍເງິນ) ເຊິ່ງປະຈຸບັນກໍ່ມີໃຊ້ກັນທົ່ວໄປໃນຮ້ານຄ້າຕ່າງໆ ສຳລັບການຈ່າຍເງິນຜ່ານບັດເຄດິດ ຫລືເດບິດຂອງ MasterCard ແລະໂທລະສັບສະມາດໂຟນລຸ້ນທຳອິດທີ່ຈະຮອງຮັບ Google Wallet ນີ້ແມ່ນ Nexus S 4G ທີ່ວາງຂາຍກັບ Sprint ເຊິ່ງລຸ້ນອື່ນໆຈະອອກມາຮອງຮັບພາຍຫລັງ ລວມເຖິງ Nexus S ລຸ້ນທີ່ອອກມາກ່ອນຫນ້ານີ້ອີກດ້ວຍ. ນອກນັ້ນ Google ຍັງບອກວ່າອາດຈະຮອງຮັບ ສະມາດໂຟນ ທີ່ບໍ່ມີຊິບ NFC ໃນໂຕອີກດ້ວຍ ເຊິ່ງອາດຈະໃຊ້ NFC ແບບທີ່ເປັນສະຕິເກີຕິດໄປໃນໂຕເຄື່ອງ ແລະ ຊ່ວງທຳອິດນີ້ຜູ້ໃຊ້ຈະຕ້ອງໃຊ້ບັດເຄດິດ Citi MasterCard ຫລື Google PrePaid Card (ບັດເງິນສົດ ສາມາເຕີມ ແລະຈ່າຍຄືກັບບັດເດບິດ ຫລື ເຄດິດ) ແລະ ໃນອານາຄົດ ຫລັງຈາກທີ່ເປີດໃຊ້ໄປແລ້ວອາດຈະຮອງຮັບບັດເຄດິດ ຫລືເດບິດ ຈາກບໍລິສັດອື່ນໆເພີ່ມເຂົ້າມາ.

ນອກຈາກ Google Wallet ແລ້ວ Google ຍັງເປີດໂຕອີກຫນຶ່ງບໍລິການ ທີ່ຄວບຄູ່ກັບ Google Wallet ເຊິ່ງນັ້ນກໍ່ຄື Google Offer. ເຊິ່ງ Google Offer ນັ້ນຈະຖືກອອກແບບມາໃຫ້ສາມາດໃຊ້ເທິງເວັບ ແລະ ຕິດໄປຍັງ App Google Wallet ໄດ້ອີກດ້ວຍ. ໂດຍຜູ້ໃຊ້ສາມາດທີ່ຈະຫາ Offer ຫລື ຂໍ້ສະເຫນີດີໆຈາກເທິງເວັບ ໂດຍຜ່ານບໍລິການ Google Offer ແລ້ວກໍ່ຈັດເກັບໄວ້ໃນບັນຊີຂອງຕົນເອງ ຫລັງຈາກນັ້ນມັນກໍ່ຈະຖືກ Sync ໄປຍັງ Google Wallet ໃນໂທລະສັບແບບອັດຕະໂນມັດ ແລະສາມາດໃຊ້ Offer ຫລືຂໍ້ສະເຫນີທີ່ ຈັດເກັບມາ ໄດ້ພ້ອມໆກັນໃນເວລາຈ່າຍເງິນ.

ການເຮັດວຽກຂອງ Google Wallet ພ້ອມກັບ Google Offer ນັ້ນຈະຊ່ວຍໃຫ້ຜູ້ໃຊ້ສະດວກສະບາຍໃນການຈ່າຍເງິນ ແລະ ຮັບສ່ວນລົດສິນຄ້າ ລວມເຖິງການຮັບເງິນຄືນ ສຳລັບຜູ້ຖືບັດ Reward ຂອງຮ້ານຄ້ານັ້ນໆ ໄດ້ໂດຍພຽງການແປະໂທລະສັບໄປຍັງເຄື່ອງຮັບເງິນ PayPass ເທົ່ານັ້ນ ທຸກຢ່າງກໍ່ຈະຈັດການຄິດໄລ່ໃຫ້່ຜູ້ໃຊ້ເອງຫມົດ ໂດຍຈະມີການຕັດເງິນຈາກສ່ວນລົດ ແລະ ໃຫ້ເງິນໂບນັດສຳລັບບັດ Reward ແລະ ຊຳລະຜ່ານບັດເຄດິດ ຫລື ເດບິດທີ່ເລືອກຈ່າຍ.

ຈາກບໍລິການດັ້ງກ່າວ ແລະ ເທັກໂນໂລຢີ NFC ນີ້ ຈະຊ່ວຍໃຫ້ຜູ້ບໍລິໂພກຖືບັດ ແລະ ເງິນສົດຫນ້ອຍລົງ ເປັນຕົ້ນແມ່ນຄົນອາເມລິກາແລ້ວ ເປັນຄົນທີ່ຖືບັດຫລາຍສະນິດ ເພາະທຸກຢ່າງຈະເປັນບັດຫມົດ ຜູ້ຫນຶ່ງກໍ່ຖືກ ຫລາຍສິບບັດ ບໍ່ວ່າຈະເປັນບັດເຄດິດ, ບັດຮັບສ່ວນລຸດ, ບັດສະມາຊິກ ແລະອື່ນໆອີກ ເຊິ່ງຫລາຍບໍລິການ ຫລື ຫລາຍຮ້ານຄ້າ ກໍ່ມີຫລາຍບັດ. ເຊິ່ງຫາກມີເທັກໂນໂລຢີນີ້ເຂົ້າມາ ມັນກໍ່ຈະເປັນທາງເລືອກ ແລະ ຊ່ວຍລຸດການພົກພາເງິນສົດຈຳນວນຫລາຍໆ ຫລື ບັດຈຳນວນຫລາຍໃນກະເປົ໋າ. ອີກຢ່າງ Google ຍັງບອກອີກວ່າໃນອານາຄົດອາດຈະພັດທະນາໃຫ້ມັນກ້າວໄປໄກເຊັ່ນ: ໃຫ້ຈັດເກັບບັດປະຈຳໂຕ, ໃບຂັບຂີ່, ປີ້ເຂົ້າງານຕ່າງ ລວມເຖິງປີ້ຍົນ, ແລະລວມເຖິງ ການເກັບກະແຈໄວ້ໃນ Google Wallet (ອັນນີ້ຫນ້າສົນໃຈ) ອີກດ້ວຍ ແລະ ຕໍ່ໄປກໍ່ຈະມີຄຳເວົ້າທີ່ວ່າ ລືມຫຍັງລືມໄດ້ ແຕ່ຢ່າລືມໂທລະສັບ ກໍ່ແລ້ວກັນ.

ຢ່າງໃດກໍ່ຕາມ ຊິບ NFC ທີ່ຕິດໃນໂທລະສັບສະມາດໂຟນນັ້ນຈະມີການເຂົ້າລະຫັດ ແລະ ເກັບຂໍ້ມູນໄວ້ໃນໂຕຊິບ ເຊິ່ງຈະປອດໄພ ເພາະມັນຈະບໍ່ໄດ້ເອົາຂໍ້ມູນທີ່ຜູ້ໃຊ້ປ້ອນເຂົ້າໄປ ໄປຝາກໄວ້ເຊີບເວີ ຫລື ອົງກອນໃດຫນຶ່ງ; ລວມເຖິງການເຂົ້າລະຫັດ ແລະ ການມີ PIN ສຳລັບ Google Wallet ມາໃຫ້ໃສ່ໃນເວລາໃຊ້ງານ. ບໍລິການນີ້ຈະເລີ່ມໃຊ້ງານທົ່ວໄປໃນໄຕມາດທີ 3 ຂອງປີນີ້ (Summer)

ລາຍລະອຽດເພີ່ມເຕີມ http://www.google.com/wallet/

ທີ່ມາ – Google Blog

ລອງອ່ານກ່ຽວກັບ  Google Music ເຂົ້າສູ່ສະຖານະສົມບູນ ພ້ອມເປີດຮ້ານຂາຍເພງແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ຄັກເນາະ ຍາມໃດເດບ້ານເຮົາສິມີແບບນີ້ ຈະບໍ່ຈຳເປັນຕ້ອງໄດ້ຖືບັດ ATM, VISA ແລະອື່ນໆອີກຫລາຍລາຍການ ມື້ນັ້ນກະເຫັນ CNN ລາຍງານວ່າມັນຈະໃຊ້ແທນບັດປະຈຳໂຕໄດ້ອີກດ້ວຍ…

    1. ມັນອາດຈະໃຊ້ແທນທຸກຢ່າງໄດ້ ຂໍແຕ່ມີການສະຫນັບສະຫນຸນແລະຮ່ວມມື ເຊິ່່ງອານາຄົດອາດຈະມີແບບບັດລົດເມ, ກະແຈເຮືອນ ຫລືອາພາດເມັ້ນແບບນີ້

Leave a Reply to ທີ ພູມີຜົນ Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.