ເລື່ອງລາວຂອງ TECH, STARTUP, ແລະ DIGITAL

[Google I/O] Google ເປີດບໍລິການ Google Music beta ແລ້ວ

ຂ່າວໄອທີ

ລ່າສຸດໃນງານ Google I/O ທາງ Google ກໍ່ໄດ້ປະການເປີດໂຕ ຫລື ອັບເດດພະລິດຕະພັນຫລາຍໂຕ ເຊິ່ງໃນນັ້ນກໍ່ມີ Google Music ເຊິ່ງປະຈຸບັນໄດ້ເລີ່ມເປີດບໍລິການໃນໂຫມດທົດລອງ ຫລື beta ແລ້ວ. ເຊິ່ງໃນເວີຊັນທົດລອງນີ້ທາງ Google ຈະອະນຸຍາດໃຫ້ໃຊ້ສະເພາະຜູ້ທີ່ໄດ້ຂໍ Invitation ແລະ ໄດ້ໃນສະເພາະອາເມລິກາເທົ່ານັ້ນ.

ສຳລັບບໍລິການ Google Music ນີ້້ກໍ່ຈະຄ້າຍໆກັບບໍລິການ Cloud Player ຂອງ Amazon ທີ່ອອກມາກ່ອນຫນ້ານີ້, ແຕ່ບໍລີການ Google Music ນັ້ນຈະໃຊ້ເຊື່ອມຕໍ່ກັບ App Music ໂຕທີ່ຕິດມາກັບໂທລະສັບ ຫລື ອຸປະກອນ Android ທຸກໂຕ ເຊິ່ງປະຈຸບັນສາມາດອັບເດດ App ໂຕດັ່ງກ່າວໄດ້ແລ້ວຈາກ ອຸປະກອນ Android ທຸກໂຕ ຫລື ຈະເປັນ Android Market ກໍ່ໄດ້.

ຈູດເດັ່ນຫລັກໆຂອງບໍລິການ Google Music ແມ່ນຜູ້ໃຊ້ສາມາດອັບໂຫລດເພງຂອງຕົນເອງ ຫລື ເພງທີ່ມີໃນ iTunes ຂຶ້ນໄປຍັງລະບົບ Cloud ຂອງ Google Music ແລະສາມາດຟັງໄດ້ທຸກທີ່ທຸກເວລາ, ບໍ່ວ່າຈະເປັນເທິງເວັບບຼາວເຊີ່, ເທິງອຸປະກອນ Android ໄດ້ທັງແບບ Online ຫລື Offline ກໍ່ໄດ້ ເພາະມັນຈະໃຊ້ຜ່ານ App Music ຂອງ Android ແລະ ສາມາດເກັບເພງຕ່າງໆໄວ້ຟັງແບບ Offline ໄດ້. ນອກນັ້ນຍັງມີຄຸນສົມບັນການຈັດຫມວດ Playlist ຫລື ຈະ Mix ກໍ່ໄດ້ ແລະທີ່ສຳຄັນ ແມ່ນຄວາມສາມາດ Sync ເຊິ່ງຈະມີການ Sync ຕະຫລອດເວລາ ແລະ ກໍ່ຈະເປັນຜົນດີສຳລັບຄົນທີ່ປ່ຽນເຄື່ອງໃຫມ່ ເພາະມັນຈະ Sync ເພງທັງຫມົດເຂົ້າໄປໃນອຸປະກອນນັ້ນທັນທີແບບອັດຕະໂນມັດ ແລະການຈັດການ Playlist ຕ່າງໆເມຶ່ອມີການປ່ຽນແບງຈາກອຸປະກອນຫນຶ່ງ ທູກຢ່າງກໍ່ຈະປ່ຽນໄປຄືກັນຫມົດ.

ລາຍລະອຽດເພີ່ມເຕີມກ່ຽວກັບ Google Music ສາມາດເຂົ້າໄປເບິງໄດ້ີທີ່ http://music.google.com/about/ ແລະ ສຳລັບບໍລິການ ຫລື ສິ່ງໃຫມ່ໆຈາກ Google ໃນງານ Google I/O ແມ່ນຈະນຳມາອັບເດດພາຍຫລັງ ຫລື ຕິດຕາມໄດ້ທີ່ Tag ນີ້ http://www.souliyo.com/tag/google-io-2011

ລອງອ່ານກ່ຽວກັບ  Google+ ສຳລັບ iOS ອັບເດດແລ້ວ ຮອງຮັບ Hangout ຜ່ານ iDevices ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.