ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ມາແລ້ວ Google Maps 5.5 for Android, check-in ແລະ rating ງ່າຍຂຶ້ນ

Android Apps, ຂ່າວດ່ວນ

 

ລ່າສຸດ Google ກໍ່ໄດ້ອອກມາປ່ອຍ Google Maps for Android ເວີ່ຊັ່ນໃຫມ່ ຄື 5.5 ຢ່າງເປັນທາງການແລ້ວ,​ ເຊິ່ງໃນເວີຊັ່ນນີ້ກໍ່ບໍ່ມີຫຍັງເພີ່ມ ຫລື ປ່ຽນແປງຫລາຍເຊິ່ງກໍ່ມີລາຍລະອຽດດັ່ງລຸ່ມນີ້:

– ເພີ່ມcheck-in ແລະ rating ເຂົ້າໄປໃນໂຕ ເຊິ່ງຜູ້ໃຊ້ຈະສາມາດ Check-in ແລະ ໃຫ້ rating ສະຖານທີ່ນັ້ນໆໄປພ້ອມໆກັນໃນບ່ອນດຽວ.

– ການປ່ຽນແປງທີ່ຢູ່ຂອງບ່ອນເຮັດວຽກ ຫລືບ້ານ ເພຶ່ອໄປອັບເດດການຈັດການຂອງ History ໃນ Latitude ເພຶ່ອບອກຈະໃຫ້ລາຍງານສະຖິຕິອອກມວ່າວ່າ ທ່ານຢູ່ບ່ອນໃດຫລາຍສ່ຳໃດ.

– ໄດ້ມີການປັບປຸງຫນ້າ​ ສະຖານີຂົນສົ່ງ ຫລື transit station ເພຶ່ອບອກຕາລາງການອອກເດີນທາງຂອງລົດ ໃນສາຍທີ່ຈະໄປຍັງສະຖານທີ່ທີ່ຜູ້ໃຊ້ກຳລັງຈະໄປອີກດ້ວຍ (ບໍລິການນີ້ໃຊ້ໄດ້ສະເພາະ ໃນອາເມລິກາເທົ່ານັ້ນ).

ສຳລັບຜູ້ໃຊ້ທີ່ຕ້ອງການດາວໂຫລດ Google Maps 5.5 for Android ຫລື ຕ້ອງການອັບເດດ ກໍ່ສາມາດເຂົ້າໄປຫາໄດ້ແລ້ວທີ່ Android Market

ທີ່ມາ – GoogleMobile Blog

ລອງອ່ານກ່ຽວກັບ  Google ພ້ອມໃຫ້ບໍລິການເຊົ່າຫນັງອອນໄລນ໌ ເທິງເວັບໄຊຕ໌ Youtube ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.