ເລື່ອງລາວຂອງ TECH, STARTUP, ແລະ DIGITAL

CopyTray ຊ່ວຍໂອນຂໍ້ມູນຈາກ iPod, iPhone ແລະ iPad ລົງໃນ iTunes

FREE WARE

ຜູ້ໃຊ້ອຸປະກອນ iPod, iPhone ແລະ iPad ເຄີຍເຈີປັນຫາທີ່ວ່າເວລາຄອມພິວເຕີເກີດຂັດຂ້ອງ, ລົງວິນໂດວໃຫມ່ ຫລື ສູນເສຍຂໍ້ມູນຢ່າງເຊັ່ນເພງ ທີ່ເກັບໄວ້ໃນຄອມ ຫລື ໃນ  iTunes, ເມຶ່ອສູນເສຍໄປແລ້ວກໍ່ບໍ່ມີທາງກູ້ກັບຄືນມາ ແລະ ເວລາທີ່ທ່ານຈະນຳເອົາອຸປະກອນຂອງ iDevice ຕ່າງໆໄປ Sync ໃນກັບຄອມຂອງທ່ານນັ້ນ ຂໍ້ມູນໃນ iDevice ກໍ່ຈະຖືກລ້າງອອກຈົນຫມົດ, ແລ້ວທ່ານກໍ່ຕ້ອງມານັ່ງດາວໂຫລດ ຫລື ເກັບເພງເຂົ້າໄປໃນ iTunes ໃຫມ່ເພຶ່ອທີ່ຈະ Sync ຂໍ້ມູນໄປຍັງ iDevice. ຟັງແລ້ວກໍ່ເປັນຄືກັບຝັນຮ້າຍອັນຫນຶ່ງທີ່ຈະຕ້ອງມານັ່ງ ດາວໂຫລດເພງໃຫມ່, ຈັດ Playlist ໃຫມ່, Rate ເພງໃຫມ່, ແລະອື່ນໆ. ເຊິ່ງຜູ້ຂຽນເອງກໍ່ເຈີມາແລ້ວ ແລະ ກໍ່ມີວິທີ ຫລື ໂປຼແກຼມທີ່ຈະມາແກ້ໄຂ ໃຫ້ທ່ານຜູ້ອ່ານໄດ້ນຳໄປໃຊ້ງານກັນອີກດ້ວຍ ເຊິ່ງໂປຼແກຼມນີ້ຊື່ວ່າ CopyTray.

CopyTray ເປັນໂປຼແກຼມທີ່ຈະເອົາຂໍ້ມູນຈາກອຸປະກອນ iDevice ທັງຫມົດເຊັ່ນ: ເພງ, ວິດີໂອ, podcast, audiobook, playlists, artwork, rating, playcount, date added ແລະອື່ນໆ (ບໍ່ມີ App) ລົງໄປໃນຄອມພິວເຕີ ແລະ iTunes. ເຊິ່ງໃນໂປຼແກຼມນີ້ຈະຊ່ວຍເຫລຶອໃນກໍລະນີ້ທີ່ເພງໃນ ຫລື ຄອນເທັ້ນຕ່າງໆໃນ iTunes ສູນເສຍໄປ ແຕ່ທ່ານຍັງຄົງມີເພງ ຫລື ວິດີໂອໃນ iPod ຫລື iPhone ແລະ iPad ຢູ່ເທົ່ານັ້ນ.

ສະນັ້ນຫາກໃຜທີ່ເຈີປັນຫາແບບຂ້າງເທິງນັ້ນກໍ່ສາມາດໃຊ້ໂປຼແກຼມນີ້ຊ່ວຍໄດ້ ແລະ ວິທີການກໍ່ບໍຍາກ ຢ່າງທີ່ທ່ານຄິດ, ພຽງແຕ່ທ່ານມີໂປຼແກຼມ iTunes ໃນຄອມພິວເຕີ ແລ້ວກໍ່ເຂົ້າໄປດາວໂຫລດ CopyTray (ຈາກລິ້ງດ້ານລຸ່ມ) ຫລັງຈາກນັ້ນກໍ່ເຊື່ອມຕໍ່ອຸປະກອນຢ່າງ iPod, iPhone ຫລື iPad ທີ່ທ່ານຕ້ອງການໂອນຂໍ້ມຸນເຂົ້າໄປໃນຄອມ ແລະ iTunes ແລ້ວກໍ່ກົດທີ່ປຸ່ມ Start Backup ເທົ່ານີ້ເພງທັງຫມົດ ຫລື ຄອນເທັ່ນຕ່າງໆກໍ່ຈະໄປຢູ່ໃນ iTunes ແບບອັດຕະໂນມັດ. ແລະຫວັງວ່າບົດຄວາມ ແລະ ໂປຼແກຼມນີ້ ອາດຈະຊ່ວຍໃຫ້ຫລາຍໆຄົນແກ້ປັນຫາໄດ້ເປັນຢ່າງດີ.

ດາວໂຫລດ – http://www.copytrans.net/download.php

ລະບົບປະຕິບັດການສຳລັບ CopyTray:

Windows XP, Vista ແລະ Windows 7

ອຸປະກອນທີ່ຮອງຮັບ:

  • iPhone, 3G, 3GS ແລະ iPhone 4 iOS4.3
  • iPod Touch, 2G, 3G ແລະ 4G  iOS4.3
  • iPad 1, 2  iOS4.3
  • iPod Nano ເຖິງ iPod Nano 6G
  • iPod Classic, iPod Video ແລະ iPod Photo
  • iPod Shuffle ເຖິງ iPod Shuffle 4G
  • iPod Mini
ລອງອ່ານກ່ຽວກັບ  ສ່ວນແບ່ງຕະຫລາດຂອງສະມາດໂຟນ ທີ່ໃຊ້ເຂົ້າໃນທຸລະກິດ

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply to ທີ ພູມີຜົນ Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.