ເລື່ອງລາວຂອງ TECH, STARTUP, ແລະ DIGITAL

[Google I/O] ມາແລ້ວ Chrome Book ຈາກ Acer ແລະ Samsung

ຂ່າວໄອທີ

ໃນງານ Googele I/O ມື້ທີສອງ ກໍ່ປ່ຽນຈາກເລື່ອງຂອງ Android ມາເປັນ Chrome, ໂດຍເລື່ອງທຳອິດທີ່ຈະມາບອກກໍ່ຄື Google ເປີດໂຕ Chrome Notebook ຢ່າງເປັນທາງການແລ້ວ ໃນຊືຂອງ Chrome Book ໂດຍຈະມີສອງເຈົ້າຄື Acer ແລະ Samsung ທີ່ເປັນຜູ້ຜະລິດ ແລະ ມີການຮ່ວມມືໂດຍ Intel ພ້ອມທັງ Verizon. ໂດຍ Chrome Book ທີ່ໃຊ້ລະບົບປະຕິບັດການ​ Chrome OS ຂອງທັງສອງເຈົ້າຈະເລີ່ມວາງຂາຍໃນວັນທີ 15 ເດືອນມິຖູນານີ້ ເຊິ່ງກໍ່ເປັນໄປຕາມທີ່ທາງ Google ໄດ້ບອກໄວ້ໃນຊ່ວງຕົ້ນປີທີ່ຜ່ານມາ. ສຳລັບລາຍລະອຽດກ່ຽວກັບການເຮັດວຽກຂອງ Chrome Book ແລະ ລະບົບປະຕິບັດການ Chrome OS ສາມາດເຂົ້າໄປອ່ານໄດ້ໃນຫົວຂໍ້ “ມາຮູ້ຈັກກັບ Chrome OS ລະບົບປະຕິບັດການໃຫມ່ຈາກ Google“.

ສຳລັບ Chrome Book ຂອງ Chrome OS ນັ້ນຈະແບງເປັນສອງລຸ້ນຫລັກໆ ຄື Acer ແລະ Samsung ແລະ ແຕ່ລະລຸ້ນຈະແຍກເປັນລຸ້ນຍ່ອຍອອກໄປເຊິ່ງ Acer ມີສອງລຸ້ນຄື ລຸ້ນ WIFI ຢ່າງດຽວ ແລະ WIFI ພ້ອມ 3G; ແລະໃນສ່ວນຂອງ Samsung ຈະມາໃນຊື່ Series 5 ເຊິ່ງແບບອອກເປັນສອງສີ ສີ່ລຸ້ນຄື: ສີຂາວແບບ 3G, ສີຂາວແບບ WIFI ຢ່າງດຽວ, ສີດຳ 3G ແລະ ສີດຳ WIFI ຢ່າງດຽວ.

ສຳລັບສະເປັນຂອງສອງ Chrome Book ມີດັ່ງລຸ່ມນີ້:

SAMSUNG Series 5:

  • ຫນ້າຈໍ 12.1ນິ້ວ ຄວາມລະອຽດ 1280×800
  • ນ້ຳຫນັກ 1.48 kg
  • ແບັດເຕີລີ່ໃຊ້ງານສູງສຸດໄດ້ເຖິງ 8.5
  • ຫນ່ວຍປະມວນຜົນ Intel® Atom Dual-Core
  • ການເຊື່ອມຕໍ່ໄຮ້ສາຍ ມີ WIFI ແລະ 3G
  • ມີເວັບແຄມ ຄວາມລະອຽດ HD ພ້ອມໄມໂຄໂຟນ
  • ມີພອດ USB ສອງພອດ ເປັນ USB2.0
  • ມີ່ຊ່ອງ CardReader
  • ມີພອດ Mini-VGA
  • ມີໃຫ້ເລືອກສອງສີຄື ສີ່ລຸ້ນ ຕາມລາຍລະອຽດຂ້າງເທິງ.

Acer Chrome Book:

  • ຫນ້າຈໍຄວາມລະອຽດ HD ຂະຫນາດ 11.6ນິ້ວ
  • ນ້ຳຫນັກ 1.34 kg.
  • ແບັດເຕີລີ່ໃຊ້ງານຕໍ່ເນື່ອງໄດ້ 6ຊົ່ວໂມງ
  • ຫນ່ວຍປະມວນຜົນ Intel® Atom Dual-Core
  • ມີການເຊື່ອມຕໍ່ໄຮ້ສາຍຜ່ານ WIFI ແລະ 3G
  • ມີກ້ອງເວັບແຄັມ ຄວາມລະອຽດລະດັບ HD ພ້ອມໄມໂຄໂຟນໃນໂຕ
  • ຮອງຮັບຄວາມລະອຽດຂອງສູງລະດັບ High-Definition
  • ມີ USB 2.0 ຈຳນວນ 2ພອດ
  • ມີຊ່ອງໃສ່ກາດຄວາມຈຳ ຫລຶ Card Reader
  • ມີພອດ HDMI
  • ມີໃຫ້ເລືອກສອງລຸ້ນສີດຽວຄື: WIFI ຢ່າງດຽວ ແລະ WIFI + 3G

ສຳລັບລາຍລະອຽດເພີ່ມເຕີມກ່ຽວກັບ Chrome Book ສາມາດເຂົ້າໄປເບິງໄດ້ທີ່ http://www.google.com/chromebook ຄວາມສາມາດ ແລະ ຄຸນສົມບັດຕ່າງໆຂອງ Chrome OS ສາມາດເຂົ້າໄປເບິ່ງໄດ້ທີ່ http://www.google.com/chromebook/#features

ທີ່ມາ – Chrome Book

ລອງອ່ານກ່ຽວກັບ  Google.com ປັບແຕ່ງຫນ້າເວັບຄົ້ນຫາ ເພີ່ມແທັບເມນູໃຫມ່

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.