ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple ຂຶ້ນເປັນແບນທີ່ມີມູນຄ່າສູງທີ່ສຸດໃນໂລກ ແຊງຫນ້າ Google

ຂ່າວໄອທີ

ເຫັນຫົວຂໍ້ແລ້ວ ຫລາຍຄົນອາດຈະສົງໃສ ແລະມີຄຳຖາມວ່າ ເປັນໄປໄດ້ແທ້ຫລືບໍ່, ແລ້ວ Microsoft ເດ ໄປຢູ່ໃສ. ຄຳຕອບກໍ່ຄືມັນເປັນໄປແລ້ວ ແລະ ສຳລັບ Microsoft ນັ້ນກໍ່ຢູ່ອັນດັບທີ່ 5ຂອງໂລກ ເຊິ່ງຮອງຈາກ MacDonald. ຈາກການຈັດອັນດັບຈາກ Bandz ໄດ້ຜົນຂອງແບນທີ່ມີມູນຄ່າສູງທີ່ສຸດໃນໂລກ ແບບບໍ່ຈຳແນກຫມວດອອກມາ 100 ອັນດັບ. ເຊິ່ງໃນນັ້ນອັນດັບຫນຶ່ງຕົກເປັນຂອງ Apple ທີ່ມີມູນຄ່າ 153,285ລ້ານ ໂດລ່າ, ໂດຍແຊງຫນ້າ Google ທີ່ເປັນອັນດັບສອງ ແລະມີມູນຄ່າທີ່ 111,498ລ້ານ ໂດລ່າ. ນອກນັ້ນອັນດັບ3ຂອງໂລກ ຍັງຕົກເປັນຂອງບໍລິສັດ IBM ໂດຍມີມູນຄ່າ 100,849ລ້ານ ໂດລ່າ, ອັນດັບ4 ຕົກເປັນຂອງ MacDonald ໂດຍມີມູນຄ່າ 81,016ລ້ານ ໂດລ່າ ແລະອັນດັບທີ 5ຕົກເປັນຂອງ Microsoft ໂດຍມີມູນຄ່າ 78,243ລ້ານ ໂດລ່າ.

ນອກນັ້ນ, ຍັງມີ​ Amazon ເປັນອັນດັບທີ່ 14 ແລະ ຍັງເປັນອັນດັບ 1ຂອງໂລກໃນຫມວດຮ້ານຄ້າ, HP ຢູ່ອັນດັບທີ່ 18 ຂອງໂລກ, Blackberry (RIM) ຢູ່ອັນດັບທີ່ 25, ສຳລັບ Facebook ແມ່ນຂຶ້ນມາເປັນອັນດັບ 35 ແຕ່ຍອດຂອງການຂະຫຍາຍໂຕແມ່ນຂຶ້ນມາເຖິງ 246%.

ນອກຈາກການຈັດອັນດັບໂດຍລວມແລ້ວ, ຍັງມີການແຍກເປັນຫມວດອອກໄປໃນແຕ່ລະສາຂາ ເຊິ່ງກໍ່ມີແບນດັງຕ່າງໆຈາກທົ່ວໂລກ ສຳລັບຜູ້ໃດສົນໃຈຢາກໄດ້ລາຍລະອຽດເພີ່ມເຕີມກໍ່ສາມາດເຂົ້າໄປເບິ່ງໄດ້ທີ່ BandZ Top 100 Most valuable Global Band

ລອງອ່ານກ່ຽວກັບ  Apple ກຳລັງຈະເປີດ Mac App Store ໃນວັນທີ 13 ທັນວ່ານີ້

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.