ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ASUS ປະກາດເປີດໂຕ PadFone ໂທລະສັບ ທີ່ມີດ໊ອກກິ້ງເປັນ ແທັບເລັດ

ຂ່າວໄອທີ, ໂທລະສັບ

ລ່າສຸດ ASUS ໄດ້ເປີດໂຕ PadFone ສະມາດໂຟນທີ່ປະສົມກັບແທັບເລັດ ໃນງານ Computex 2011 (ຜູ້ຂຽນເອງກໍ່ຍັງງົງວ່າມັນຈະເປັນໂທລະສັບ ຫລື ແທັບເລັດກັນແທ້). ເຊິ່ງ PadFone ຈະມາກັບໂທລະສັບຫນ້າຈໍ 4.3ນິ້ວ ແລະ ແທັບເລັດທີ່ເປັນດ໊ອກກິ້ງຂະຫນາດ 10.1ນິ້ວ ເມຶ່ອນຳເອົາໂທລະສັບໄປສຸບໃສ່ທາງດ້ານຫລັງຂອງແທັບເລັດດ໊ອກກິ້ງ ໂດຍຜ່ານການເຊື່ອມຕໍ່ຈາກສອງພອດຄື:ພອດ Micro USB ແລະ Micro HDMI ເຊິ່ງຫລັງຈາກເຊື່ອມຕໍ່ເຂົ້າໄປແລ້ວມັນກໍ່ຈະສະແດງຜົນໃນໂຫມດທີ່ມີ UI ປ່ຽນໄປເປັນແບບ HoneyComb ທັນທີໃນແທັບເລັດດ໊ອກກິ້ງ ແລະໃຊ້ງານຄືກັບ Android ແທັບເລັດທົ່ວໄປ. ນອກນັ້ນການໃຊ້ງານ 3G ໃນແທັດເລັດທີ່ເປັນດ໊ອກກິ້ງ ຍັງສາມາດໃຊ້ງານຜ່ານ SIM Card ດຽວທີ່ຢູ່ໃນໂທລະສັບໄດ້ເລີຍໂດຍບໍ່ຈຳເປັນຕ້ອງໃຊ້ຫລາຍຊິມ ເຊິ່ງແຕກຕ່າງຈາກແທັບເລັດໂຕອື່ນໆ.

ຢ່າງໃດກໍ່ຕາມລາຍລະອຽດຂອງ PadFone ນີ້ ASUS ກໍ່ຍັງບໍ່ັທັນໄດ້ເຜີຍເຖິງສະເປັກ ຫລື ບອກວ່າ ລະບົບປະຕິບັດການ Android ເປັນໂຕໃດ, ແຕ່ກໍ່ມີການຄາດການໄວ້ວ່າ PadFone ຫນ້າຈະໃຊ້ລະບົບປະຕິບັດການເປັນ Android ລຸ້ນຕໍ່ໄປທີ່ຊື່ Ice Cream Sandwich  ເພາະມັນຈະມີການຮອງຮັບທັງແທັບເລັດ ແລະ ສະມາດໂຟນ. ແຕ່ ສິ່ງທີ່ອາດຈະເປັນຄຳຖາມສຳລັບທ່ານຜູ້ອ່ານກໍ່ຄືວ່າ: ເວລາສ່ວນທີ່ເປັນແທັບເລັດນັ້ນບໍ່ມີການເຊື່ອມຕໍ່ກັບ ໂຕທີ່ເປັນໂທລະສັບ ແລ້ວມັນຈະສາມາດໃຊ້ງານໄດ້ຫລືບໍ່ ຫລື ມັນເປັນພຽງດ໊ອກ ທີ່ໃຊ້ເປັນຈໍສະແດງຜົນທີ່ໃຫຍ່ຂຶ້ນເທົ່ານັ້ນ ແລະ ຫາກໄດ້ລາຍລະອຽດ ເພີ່ມເຕີມກໍ່ຈະນຳມາອັບເດດໃຫ້ຮັບຮູ້ກັນຢ່າງທົ່ວເຖິງຢ່າງແນ່ນອນ.

ສາມາດເບິ່ງວິດີໂອເພີ່ມເຕີມໄດ້ທີ່ດ້ານລຸ່ມນີ້

ທີ່ມາ – Engadget

ລອງອ່ານກ່ຽວກັບ  Angry Bird Rio ລົງໃນ OVI Store ສຳລັບ Nokia Symbian 3 ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.