ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Micro SIM ຍັງນ້ອຍບໍ່ພໍ Apple ສະເຫນີ ຊິມມາດຕະຖານໃຫມ່ ທີ່ນ້ອຍກວ່າ

ຂ່າວໄອທີ

ຮູ້ສຶກວ່າ Micro SIM ທີ່ໃຊ້ iPhone 4 ແລະ iPad ນັ້ນຍັງນ້ອຍບໍ່ພໍ, ເພາະປະຈຸບັນມີຂ່າວອອກມາ Apple ໄດ້ສະເຫນີຈະອອກມາດຕະຖານຊິມໂທລະສັບໃຫມ່ ແລະ ມີຂະຫນາດທີ່ນ້ອຍກວ່າ Micro SIM ທີ່ເຫັນກັນໃນປະຈຸບັນ, ເຊິ່ງຕາມລາຍງານແມ່ນ Apple ໄດ້ສະເຫນີໄປຍັງ ETSI (European Telecommunication Standards Institute ) ໂດຍມີການສະຫນັບສະຫນຸນໂດຍ ບໍລິສັດ Orange. ເຊິ່ງໃນການທີ່ຈະອອກມາດຕະຖານຊິມກາດແບບໃຫມ່ທີ່ນ້ອຍກວ່າ Micro SIM ນັ້ນ ຈະເຮັດໃຫ້ຜູ້ຜະລິດສາມາດອອກແບບອຸປະກອນຕ່າງໆໃນອານາຄົດ ໃຫ້ສາມາດຜະລິດອອກມາໄດ້ບາງກວ່າເກົ່າ ແລະ ຄາດວ່າຜູ້ໃຊ້ອາດຈະເຫັນ ຊິມກາດແບບໃຫມ່ນີ້ ພ້ອມກັບອຸປະກອນຕ່າງໆທີ່ຮອງຮັບ ໃນປີຫນ້ານີ້.

ຕາມຄວາມຄິດຂອງຜູ້ຂຽນເອງ ຫາກຂ່າວນີ້ເປັນເລື່ອງຈິງ ເຮົາກໍ່ອາດຈະໄດ້ເຫັນ iPhone ແລະ iPad ທີບາງກວ່າເກົ່າ ທີ່ເຫັນໃນປະຈຸບັນ, ແຕ່ເທົ່າທີ່ສັງເກດແລ້ວ ຊິມກາດມັນກໍ່ບໍ່ຫນ້າຈະມີຜົນກະທົບຫລາຍປານໃດ ກັບຄວາມບາງຂອງອຸປະກອນຕ່າງໆ ເພາະສິ່ງທີ່ເປັນຜົນກະທົບຂອງຄວາມບາງໃນອຸປະກອນຕ່າງໆໃນປະຈຸບັນຄື ແບັດເຕີລີ່ ຕາງຫາກ.

ທີ່ມາ – Mac Rumors

ລອງອ່ານກ່ຽວກັບ  Apple ປ່ອຍສຸດ iOS 4.3 beta 3 ແລ້ວ [ລຸ້ນເຕັມກຳລັງຈະມາ]

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.