ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple ສະຫລອງຄົບຮອບ 10 ຮ້ານຄ້າ Apple Store ດ້ວຍ Apple Store 2.0

ຂ່າວໄອທີ

Apple Store ໄດ້ເລີ່ມເປີດບໍລິການມາຕັ້ງແຕ່ປີ 2001 ແລະມາຮອດປະຈຸບັນຮ້ານຄ້າ Apple Store ຫລືຮ້ານຈຳຫນ່າຍອູປະກອນຕ່າງໆຂອງ Apple ກໍ່ຄົບຮອບ 10ປີແລ້ວ, ແລະລ່າສຸດມີລາຍງານອອກມາວ່າ ທາງ Apple ໄດ້ຈັດການສະເຫລີມສະຫລອງ ຄົບຮອບ 10 ຂອງຮ້ານຄ້າ Apple Store ດ້ວຍ Apple Store 2.0.

Apple Store 2.0 ເປັນການປັບປຸງຮ້ານຄ້າຂອງ Apple Store ໃຫ້ມີຄວາມທັນສະໄຫມ ແລະ  ໃຫ້ປະສົບການກັບລູກຄ້າທີ່ເຂົ້າໄປຢ້ຽມຊົມສິນຄ້າ ຫລື ອຸປະກອນຕ່າງໆ ຫລາຍຂຶ້ນ, ເຊິ່ງນັ້ນໄດ້ແກ່ການນຳເອົາ iPad 2 ມາເປັນຫນ້າຈໍສະແດງຜົນຂໍ້ມູນສິນຄ້າແຕ່ລະໂຕ ແທນການໃຊ້ເຈ້ຍຫລ້າໆ ທີ່ໃຊ້ກ່ອນຫນ້ານີ້. ໂດຍການນຳເອົາ iPad 2 ມາເປັນໂຕສະແດງຂໍ້ມູນກ່ຽວກັບສິນຄ້າແຕ່ລະໂຕນັ້ນ ຈະເຮັດໃຫ້ຜູ້ໃຊ້ສາມາດຮູ້ລາຍລະອຽດຂໍ້ມູນສິນຄ້າຫລາຍຂຶ້ນ, ມີການຕອບໂຕ້ລະຫວ່າງຂໍ້ມູນສິນຄ້າ ກັບຜູ້ໃຊ້ຫລາຍຂຶ້ນ ເພຶ່ອເພີ່ມຄວາມຫນ້າສົນໃຈໃນໂຕສິນຄ້າ ແລະ ນອກນັ້ນຍັງມີການສອບຖາມກັບຜູ້ຊຽວຊານ ຫລື ພະນັກງານໄດ້ທັນທີອີກດ້ວຍ.

ຢ່າງໃດກໍ່ຕາມ ຍັງມີລາຍງານອອກມາວ່າ iPad 2 ທີ່ໃຊ້ສະແດງຜົນຂໍ້ມູນສິນຄ້າໃນຮ້ານ Apple Store ນັ້ນ ເປັນຄົນລະ Model ກັບ iPad 2 ທີ່ວາງຂາຍ, ປຸ່ມ Home ບໍສາມາດເຮັດວຽກໄດ້ (ຫລືຖືກປິດການໃຊ້ງານ) ແລະ ທີ່ສຳຄັນ Apple ກຳລັງທະຍອຍປ່ຽນແປງຮ້ານຄ້າຂອງ Apple ໃຫ້ເປັນ 2.0 ທຸກສາຂາທົ່ວໂລກ.

ສາມາດເບິງວິດີໂອການສາທິດ ແລະ ຮູບພາບເພີ່ມເຕີມໄດ້ທີ່ດ້ານລຸ່ມນີ້

ທີ່ມາ – Macstories


ລອງອ່ານກ່ຽວກັບ  steve jobs ຕັດບົດ ຈະບໍ່ມີ iPad ຂະຫນາດ 7 ນິ້ວແນ່ນອນ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.