ເລື່ອງລາວຂອງ TECH, STARTUP, ແລະ DIGITAL

[Google I/O] ມາແລ້ວ Angry Birds ສຳລັບ Google Chrome ຟຼີອີກດ້ວຍ

FREE WARE, ຂ່າວໄອທີ

AngryBirds ເກມຮິດຕະຫລອດການ ຍັງບໍ່ຢຸູດຢັ້ງການພັດທະນາ ເຊິ່ງກ່ອນຫນ້ານີ້ມີຂ່າວວ່າຈະອອກມາລະເບີດຄວາມມັນເທິງ Facebook ແຕ່ກໍ່ຍັງບໍ່ທັນເຫັນ, ຢ່າງໃດກໍ່ຕາມ ລ່າສຸດມີການເປີດໂຕ Angry Birds ໃນ Google Chrome ຢ່າງເປັນທາງການຮຽບຮ້ອຍແລ້ວ ໃນງານ Google I/O 2011, ເຊິ່ງຜູ້ໃຊ້ສາມາດດາວໂຫລດໄດ້ຈາກ Chrome Web Store, ແລະແນ່ນອນມັນຟຼີ ພ້ອມໃຫ້ທ່ານຕິດຕັ້ງໄປລະເບີດຄວາມມັນໄດ້ແລ້ວຕັ້ງແຕ່ມື້ນີ້ເປັນຕົ້ນໄປ.

ເຊິ່ງການອອກມາບຸກຕະຫລາດເກມເທິງບຼາວເຊີ່ເທຶ່ອນີ້ ຂອງ Angry Birds ກໍ່ເຮັດໃຫ້ຮູ້ວ່າລູ້ນທີ່ຈະຂຶ້ນສູ່ Facebook ນັ້ນຄົງຍັງອີກບໍ່ດົນຢ່າງແນ່ນອນ. ສຳລັບທ່ານຜູ້ອ່ານທ່ານໃດສົນໃຈຢາກຫລິ້ນ AngryBirds ແຕ່ຍັງບໍ່ມີ Android, iOS, WebOS, Symbian 3, ຫລືອື່ນໆ ທ່ານກໍ່ສາມາດຫລິ້ນ ແລະ ຕິດໄປຕາມໆກັນໄດ້ ດ້ວຍ Google Chrome ຂອງທ່ານເອງ.

ດາວໂຫລດ – https://chrome.google.com/webstore/detail/aknpkdffaafgjchaibgeefbgmgeghloj

 

ລອງອ່ານກ່ຽວກັບ  ແອັບກົດໝາຍລາວ V.2 ມີຫຍັງແດ່?

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply to Nokeieng Xaynorath Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.