Posts Comments

ທ່ານກຳລັງຢູ່: ຫນ້າຫລັກ » FREE WARE, ຂ່າວໄອທີ » [Google I/O] ມາແລ້ວ Angry Birds ສຳລັບ Google Chrome ຟຼີອີກດ້ວຍ

AngryBirds ເກມຮິດຕະຫລອດການ ຍັງບໍ່ຢຸູດຢັ້ງການພັດທະນາ ເຊິ່ງກ່ອນຫນ້ານີ້ມີຂ່າວວ່າຈະອອກມາລະເບີດຄວາມມັນເທິງ Facebook ແຕ່ກໍ່ຍັງບໍ່ທັນເຫັນ, ຢ່າງໃດກໍ່ຕາມ ລ່າສຸດມີການເປີດໂຕ Angry Birds ໃນ Google Chrome ຢ່າງເປັນທາງການຮຽບຮ້ອຍແລ້ວ ໃນງານ Google I/O 2011, ເຊິ່ງຜູ້ໃຊ້ສາມາດດາວໂຫລດໄດ້ຈາກ Chrome Web Store, ແລະແນ່ນອນມັນຟຼີ ພ້ອມໃຫ້ທ່ານຕິດຕັ້ງໄປລະເບີດຄວາມມັນໄດ້ແລ້ວຕັ້ງແຕ່ມື້ນີ້ເປັນຕົ້ນໄປ.

ເຊິ່ງການອອກມາບຸກຕະຫລາດເກມເທິງບຼາວເຊີ່ເທຶ່ອນີ້ ຂອງ Angry Birds ກໍ່ເຮັດໃຫ້ຮູ້ວ່າລູ້ນທີ່ຈະຂຶ້ນສູ່ Facebook ນັ້ນຄົງຍັງອີກບໍ່ດົນຢ່າງແນ່ນອນ. ສຳລັບທ່ານຜູ້ອ່ານທ່ານໃດສົນໃຈຢາກຫລິ້ນ AngryBirds ແຕ່ຍັງບໍ່ມີ Android, iOS, WebOS, Symbian 3, ຫລືອື່ນໆ ທ່ານກໍ່ສາມາດຫລິ້ນ ແລະ ຕິດໄປຕາມໆກັນໄດ້ ດ້ວຍ Google Chrome ຂອງທ່ານເອງ.

ດາວໂຫລດ - https://chrome.google.com/webstore/detail/aknpkdffaafgjchaibgeefbgmgeghloj

 

ບົດຄວາມທີ່ກ່ຽວຂ້ອງເເລະຫນ້າສົນໃຈ

ມີການຕອບທັງຫມົດ 1 ຄວາມເຫັນ

ບ່ອນສະເເດງຄວາມຄິດເຫັນ

ທ່ານຕ້ອງ ລັອກອິນ ຫລື ສະຫມັກສະມາຊິກ ກ່ອນ ຈຶ່ງຈະສາມາດຕອບ ຫລື ໂພສຄວາມເຫັນໄດ້.

ຂຶ້ນໄປເທິງສຸດ


Copyright © 2009-2012 Souliyo Co., Ltd. All Rights Reserved.
ຂ່າວໄອທີ  •  Free Ware  •  Gadget  •  ຂ່າວດ່ວນ  •  How to...  •  ລາຍງານພິເສດ  •  ຕິດຕໍ່ເຮົາ