ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ບໍລິການເຊົ່າຫນັງໃນ Android Market ບຼັອກອຸປະກອນທີ່ Root ແລ້ວ

ຂ່າວໄອທີ

ຫລັງຈາກທີ່ Google ເລີ່ມເປີດບໍລິການ Movie Rental ໃນຮ້ານຄ້າ Application ຫລື Android Market ໄປບໍ່ດົນມານີ້, ລ່າສຸດກໍ່ມີລາຍງານອອກມາວ່າ Google ໄດ້ບຼັອກອູປະກອນ Android ທີ່ Root ແລ້ວ ບໍ່ໃຫ້ຫລິ້ນໄຟລ໌ວິດີໂອທີ່ເຊົ່າມາຈາກ Android Market ຫລື ຈາກບໍລິການ Movie Rental. ເຊິ່ງປັນຫາດັ່ງກ່າວນັ້ນມີຜູ້ໄປພົບເຫັນ ແລະ ກໍ່ໄດ້ຄຳຕອບມາ ເມຶ່ອໃຊ້ເຄື່ອງທີ່ Root ແລ້ວເປີດຫນັງທີ່ໄດ້ເຊົ່າມາກໍ່ຈະຂື້ນວ່າ “Failed to fetch license for [ຊື່ຂອງຫນັງທີ່ເຊົ່າມາ] (error 49)”.

ຢ່າງໃດກໍ່ຕາມ ການທີ່ Google ອອກມາບຼັອກແບບນີ້ກໍ່ເພຶ່ອປ້ອງກັນການລະເມີດລິຂະສິດຂອງສັງກັດຫນັງ, ແຕ່ເບິງໃນທາງກັບກັນ ຜູ້ໃຊ້ Android ຈຳນວນເກີນເຄິງຂອງທັງຫມົດນັ້ນ ຈະໄດ້ເຮັດການ Root ກັນຫມົດ. ເຊິ່ງການເຮັດແບບນີ້ອາດຈະສົ່ງຜົນກະທົບໃຫ້ກັບການບໍລິການເຊົ່າຫນັງ ໃນ Androi Market ໄດ້, ເພາະວ່າບໍລິການຂອງເຈົ້າອື່ນໆຢ່າງເຊັ່ນ RedBox ນັ້ນຈະບໍ່ກ່ຽງວ່າເຄື່ອງຂອງຜູ້ໃຊ້ຈະ Root ຫລືບໍ່.

ທີ່ມາ – Android Central ແລະ  Android market Support

ລອງອ່ານກ່ຽວກັບ  ສ້າງແອບຯມືຖື “Android” ງ່າຍໆ ພຽງແຕ່ຄິກ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.