ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Android Market ຂະຫຍາຍບໍລິການໄປເປັນ 131ປະເທດ ລວມທັງປະເທດລາວ

ຂ່າວດ່ວນ

ລ່າສຸດ Google ປະກາດຂະຫຍາຍການເຂົ້າເຖິງການຊື້ App ໃນ Android Market ໄປເປັນ 131ປະເທດທົ່ວໂລກ ເຊິ່ງໃນນັ້ນກໍ່ລວມມີທັງປະເທດລາວນຳອີກດ້ວຍ. ນັ້ນຫມາຍຄວາມວ່າຜູ້ໃຊ້ Android ທີ່ຢູ່ໃນປະເທດລາວຈະສາມາດເຂົ້າຊື້ App ໃນ Android Market ໄດ້ແລ້ວ, ເຊິ່ງກ່ອນຫນ້ານີ້ກໍ່ແກ່ຍາວກັນມາຫລາຍປີທີ່ທາງຜູ້ໃຊ້ Android ໃນປະເທດລາວບໍ່ສາມາດຊື້ App ຈາກ Android Market ໄດ້ ແລະ ຈະສາມາດດາວໂຫລດໄດ້ພຽງ App ຟຼີເທົ່ານັ້ນ. ເຊິ່ງນີ້ກໍ່ຖືວ່າເປັນຂ່າວດີອີກຂ່າວຫນຶ່ງຂອງອ້າຍນ້ອງ ຜູ້ໃຊ້ Android ໃນລາວເຮົາ ແລະ ກໍ່ຄາດວ່າໃນອານາຄົດອາດຈະມີ App ໂດຍຄົນລາວ ໄປວາງຂາຍໃນ Android Market ແລະ ກໍ່ຈະໃຊ້ແຕ່ App ທີ່ຖືກລິຂະສິດ ແບບບໍ່ມີຂໍ້ອ້າງວ່າ ບໍ່ສາມາດຊື້ໄດ້ຄືແຕ່ກ່ອນ.

ຢ່າງໃດກໍ່ຕາມບໍລິການນີ້ກໍ່ຈຳເປັນຕ້ອງຊື້ຜ່ານບໍລິການ Google Check Out ໂດຍບັດເຄດິດ ຫລື ເດບິດ ຂອງ VISA, Master ແລະ ເຈົ້້າອື່ນໆ ເພຶ່ອການຊຳລະຄ່າ App ທີ່ຈະຊື້.

ທີ່ມາ – Android market support ຜ່ານ Android Central

ລອງອ່ານກ່ຽວກັບ  Google.com ປັບແຕ່ງຫນ້າເວັບຄົ້ນຫາ ເພີ່ມແທັບເມນູໃຫມ່

Souliyo

Co-Founder and CTO of BIZGITAL and LOCA

Comments
    1. ດີສຳລັບຄົນທີ່ມັກຊື້ຂອງແທ້ ແລະ ມັກອຸດຫນູນ ແຕ່ບໍ່ດີສຳລັບຄົນທີ່ມັກໃຊ້ຂອງ Crack ຮະຮະ

    1. ຊື້ໄດ້ທີ່ Android Market ເລີຍ ແຕ່ຕ້ອງຈ່າຍດ້ວຍບັດເຄດິດ ຫລື ເດບິດສາກົນ ເຊັ່ນພວກ VISA, MASTER ແລະ ອື່ນໆ ໂດຍຜ່ານບໍລິການ Google Check Out

Leave a Reply to Souliyo Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.