ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ແນະນຳ Android App ດີໆ ທີ່ຄວນມີໄວ້ໃນອຸປະກອນ Android ທຸກເຄື່ອງ

Android Apps, FREE WARE

ປະຈຸບັນ App ໃນ Android Market ກໍ່ເພີ່ມສູງຂຶ້ນເລື້ອຍໆ ແລະ ໂທລະສັບ ຫລື Android ແທັບເລັດກໍ່ມີວາງຂາຍກັນຫລາຍພໍສົມຄວນແລ້ວ ແລະ ກໍ່ເຊຶ່ອວ່າຫລາຍຄົນທີ່ເຂົ້າມາຕິດຕາມເວັບແຫ່ງນີ້ກໍ່ອາດຈະມີໃຊ້ກັນແລ້ວ ເຖິງຈະບໍ່ຫມົດທຸກຄົນກໍ່ຕາມ. ມື້ນີ້ທາງເວັບເລີຍຈະມາແນະນຳ ແລະ ຂໍການແນະນຳກັບຈາກທ່ານຜູ້ອ່ານ ກ່ຽວກັບເລື່ອງ App ທີ່ທ່ານມັກ ແຕ່ບໍ່ມີໃນລາຍຊື່ທີ່ປະກາດທາງລຸ່ມນີ້, ເນື່ອງຈາກຫລາຍຄົນໃຊ້ ກໍ່ຫລາຍແນວມັກ ແລະ ຫລາຍພຶດຕິກຳການໃຊ້ງານ ເອົາເປັນວ່າມາເລີ່ມກັນເລີຍ.

Facebook

App ທີ່ຄິດວ່າທຸກຄົນຕ້ອງມີ ແລະ ອາດຈະໂຫລດເປັນ App ທຳອິດທີ່ເລີ່ມເປີດໃຊ້ງານເລີຍກໍ່ວ່າໄດ້.

Twitter

ສຳລັບ App ນີ້ຫລາຍຄົນທີ່ຫລິ້ນ Twitter ກໍ່ອາດຈະຮູ້ຈັກກັນພໍສົມຄວນແລ້ວ ແລະກໍ່ມີໃນທຸກເຄື່ອງຂອງຜູ້ໃຊ້ Twitter

Winamp

ສຳລັບໃຜທີ່ບໍມັກ Music App ທີ່ມາກັບ Android ກໍ່ສາມາດເລື່ອກໄປດາວໂຫລດ Winamp ສຳລັບ Android ມາໃຊ້ໄດ້ ແຖມ Winamp ສຳລັບ Android ຍັງຮອງຮັບການອັບໂຫລດເພງຈາກຄອມໄປຍັງເຄື່ອງ ໂດຍຜ່ານ Wifi ໄດ້ ອີກດ້ວຍ.

Shazam

App ນີ້ເປັນ App ສຳລັບນັກຟັງເພງ ແລະ ຄົ້ນຫາເພງໂດຍສະເພາະ ເພາະວ່າ App ນີ້ຈະຊ່ວຍຫາເພງຈາກສຽງເພງໄດ້ ກໍ່ຄື ເວລາທີ່ໄປໄດ້ຍິນເພງໃດຫນຶ່ງໂດຍບັງເອີນ ແລະ ມັກ, ກໍ່ສາມາດເປີດ Shazam ຂຶ້ນມາ ເພຶ່ອບັນທຶກເອົາ ແລະ ມັນກໍ່ຈະຊອກຫາໃຫ້ໂດຍອັດຕະໂນມັດ. ສຳລັບ App ນີ້ ຍັງມີເວີຊັ່ນເສຍເງິນອີກດ້ວຍ ສຳລັບຜູ້ທີ່ຕ້ອງການຄວາມສາມາດເພີ່ມເຕີມຈາກເວີຊັ່ນແຈກຟຼີ.

Dropbox

ສຳລັບ App Dropbox ໃນ Android ນີ້ທຸກຄົນອາດຈະຕ້ອງມີໄວ້ ຖ້າຫາກທ່ານໃຊ້ບໍລິການ Dropbox ໃນຄອມພິວເຕີສ່ວນໂຕຂອງທ່ານ ເພາະທ່ານຈະສາມາດເຂົ້າເຖິງໄຟລ໌ທຸກໄຟລ໌ທີ່ມີໃນ Dropbox ຂອງທ່ານ ແບບ Real Time ເມຶ່ອຄອມພິວເຕີ ຫລື ອຸປະກອນຫນຶ່ງມີໄຟລ໌ເພີ່ມຂຶ້ນມາ ທ່ານກໍ່ຈະສາມາດເຂົ້າເຖິງໄຟລ໌ນັ້ນໄດ້ທັນທີ ແລະຍັງມີການເຂົ້າລະຫັດໂດຍ PIN ສີ່ໂຕເພຶ່ອຄວາມປອດໄພ ແລະ ບໍ່ຕ້ອງລັອກອິນໃຫມ່ໃນການໃຊ້ງານ ເພີ່ມເຕີມເບິ່ງໄດ້ທີ່ນີ່.

Youtube

ເວັບໄຊຕ໌ສັງູຄົມວິດີໂອ ອັນດັບຫນຶ່ງຂອງໂລກ ໃຜທີມັກຟັງເພງ, ເບິງຄິບວິດີໂອ ຫລື ລາຍການຕ່າງໆ ກໍ່ສາມາດມີ App ນີ້ເພຶ່ອໃຊ້ຫລິ້ນ Youtube ແບບທີ່ໄດ້ປະສົບການໃຫມ່ ທີ່ບໍ່ແມ່ນເທິງຫນ້າເວັບ.

Google Chrome to Phone

​App ນີ້ສຳລັບຜູ້ໃຊ້ເວັບບຼາວເຊີ Chrome ແລະຢາກສົ່ງລິ້ງຍາວໆ ຫລື ເວັບໃດຫນຶ່ງທີ່ກຳລັງເປີດຢູ່ໃນຄອມພິວເຕີ ໃຫ້ໄປເປີດຢູ່ໃນໂທລະສັບ Android ແບບທັນທີ ແລະ ອັດຕະໂນມັດ ໂດຍບໍ່ຕ້ອງພິມຊື່ເວັບ ຫລື ເປີດ Browser ໃນໂທລະສັບກ່ອນ ລາຍລະອຽດການໃຊ້ງານ ເຂົ້າໄປເບິ່ງໄດ້ທີ່ນີ້

Google Goggles

ໃຜທີ່ມັກລອງບໍລິການໃຫມ່ໆ ແປກໆ ແລະ ແວກແນວ ແນະນຳໃຫ້ໃຊ້ App Google Goggles ນີ້ເລີຍ ເພາະມັນຈະສາມາດຄົ້ນຫາຈາກຖ່າຍຮູບ ຫລືຮູບຖ່າຍທີ່ມີຢູ່ໃນໂທລະສັບ ນອກນັ້ນຍັງສາມາດ Scan QR Code ໄດ້ ແລະ ຍັງສາມາດແກ້ປິດສະຫນາເກມ Sudoku ໄດ້ແບບໃຊ້ເວລາບໍ່ເຖິງນາທີອີກດ້ວຍ.

HDR Camera

App ນີ້ຈະເປັນ App ທີ່ຈະເຮັດໃຫ້ໂທລະສັບ Android ທຳມະດາ ສາມາດຖ່າຍຮູບແບບ HDR ໄດ້ ເຖິງວ່າຄຸນນະພາບຈະບໍ່ຄື HDR ແທ້ ແຕ່ກໍ່ສາມາດໃຊ້ງານໄດ້ໃນລະດັບຫນຶ່ງ. ເຊິ່ງການຖ່າຍຮູບຂອງ HDR Camera ນີ້ ແມ່ນຫນຶ່ງຮູບຈະມີການຖ່າຍສາມຊ໊ອດ ແລະ ກໍ່ຈະມາຮວບຮວມກັນເປັນຮູບດຽວ ເຊິ່ງຈະເຮັດໃຫ້ຮູບງາມຂຶ້ນ.

TextPlus

ເປັນ App ທີ່ເອົາໄວ້ສົ່ງຂໍ້ຄວາມຜ່ານ Internet ໂດຍມີເບີໂທສຳລັບສົ່ງຂໍ້ຄວາມເປັນຂອງໂຕເອງໃຫ້ອີກດ້ວຍ  App ນີ້ຫນ້າຈະເຫມາະສົມກັບຜູ້ທີ່ມີຫມູ່ຢູ່ອາເມລິກາ ແລ້ວຢາກລົມກັນຜ່ານການສົ່ງ SMS ອີກຢ່າງບໍລິການນີ້ມີໃຫ້ໃຊ້ຟຼີ ແລະ ບໍ່ມີຈຳນວນຈຳກັດ. ລາຍລະອຽດເພີ່ມເຕີມ ໄປເບິງໄດ້ທີ່ນີ້

WhatsApp

App ນີ້ເປັນບໍລິການຂໍ້ຄວາມແບບຫນຶ່ງ ແຕ່ສາມາດສົ່ງໄຟລ໌ວິດີໂອ ຫລຶ ຮູບ ຫລືສຽງ ໄປກັບຂໍ້ຄວາມກໍ່ໄດ້ ຄ້າຍໆກັບບໍລິການ Messenger ໂຕອື່ນໆ. ແຕ່ຈຸດເດັ່ນຂອງ WhatsApp ແມ່ນຈະໃຊ້ເບີໂທລະສັບຂອງຜູ້ໃຊ້ເປັນບັນຊີໃນ WhatsApp ແລະ ບໍ່ວ່າຈະຢູ່ສ່ວນໃດຂອງໂລກ ຫລືໃຊ້ໂທລະສັບລຸ້ນໃດກໍ່ຕາມຂໍແຕ່ມີ App ນີ້ໄວ້ໃນເຄື່ອງ ກໍ່ຈະສາມາດສົ່ງຂໍ້ຄວາມຫາກັນໄດ້ ໂດຍຜ່ານອິນເຕີເນັດ. ນອກນັ້ນຍັງມີບໍລິການສົ່ງຂໍ້ຄວາມແບບກຸ່ມ ຫລື ລົມກັນແບບເປັນກຸ່ມອີກດ້ວຍ. ສຳລັບບໍລິການນີ້ແມ່ນຈະຟຼີສະເພາະຫນຶ່ງປີທຳອິດເທົ່ານັ້ນ ສຳລັບປີຕໍ່ໄປຈະຄິດເປັນເງິນ $1.99 ຕໍ່ປີ.

PhotoWall Live Wallpaper

App ນີ້ເປັນ App ສຳລັບເພີ່ມສີສັນໃນໂທລະສັບ Android ຂອງຜູ້ໃຊ້. ເພາະມັນເປັນ App ທີ່ຈະຊ່ວຍປ່ຽນຫນ້າຈໍ ຫລື Wallpaper ຂອງຜູ້ໃຊ້ໃຫ້ເບິງຄືທັນສະໄຫມ ແລະ ແວກແນວຈາກຄົນອື່ນ. App ນີ້ຈະສາມາດປ່ຽນ Wallpaper ໃຫ້ມີຮູບແບບຕ່າງໆໂດຍເລືອກເອົາຮູບຕ່າງໆໃນ Gallery ໂທລະສັບ, ຈາກ Facebook, Picasa ມາສຸມໆລວມກັນອອກມາເປັນຫນ້າ Wallpaper ທີ່ສວຍງາມໃນໂທລະສັບຂອງຜູ້ໃຊ້.

ລອງອ່ານກ່ຽວກັບ  Google ປະກາດເປີດໃຫ້ໃຊ້ງານ In-app Billing ສຳລັບ Android ແລ້ວ

EverNote

ໃຜທີ່ມັກຈົດບັນຖຶກ ຫລື ຈົດໂນດ ກໍ່ຕ້ອງ App ນີ້ເລີຍ, ເພາະມັນຈະສາມາດ Sync ກັບ EverNote ທີ່ຕິດຕັ້ງໃນຄອມພິວເຕີ່ສ່ວນໂຕ, ສະນັ້ນບໍ່ວ່າທ່ານຈະຢູ່ໃສ ຫລື ໃຊ້ອຸປະກອນໃດກໍ່ຕາມ ທ່ານກໍ່ຈະສາມາດເຂົ້າເຖິງໂນດທີ່ທ່ານໄດ້ບັນທຶກລົງໄປໃນ EverNote ໄດ້ທັນທີ. ລາຍລະອຽດຂອງ EverNote ເຂົ້າເບິ່ງໄດ້ທີ່ນີ້

AngryBirds

ຂໍປິດທ້າຍດ້ວຍເກມຍອດນິຍົມຢ່າງ AngryBirds ເພາະປະຈຸບັນເກມນີ້ໄດ້ຮັບຄວາມນິຍົມ ແລະ ກໍ່ມີຫລາຍພາກອອກມາ ແລະ ປະຈຸບັນກໍ່ມີໃຫ້ດາວໂຫລດຟຼີທຸກຜາກຈາກ Android Market

 

ສຳລັບທ່ານໃດທີ່ມີ App ທີ່ມັກ ຫລື ຢາກແນະນຳກໍ່ສາມາດແນະນຳໄດ້ໃນບ່ອນສະແດງຄວາມເຫັນທາງດ້ານລຸ່ມ ບໍ່ວ່າຈະເປັນ App ເສຍເງິນ ຫລື App ຟຼີກໍ່ໄດ້ ເພຶ່ອຄົນອື່ນອາດຈະຍັງບໍ່ທັນໄດ້ທົດລອງ ຫລື ຍັງບໍ່ທັນຮູ້, ແລະ ເອົາໄວ້ໂອກາດຫນ້າຈະມາອັບເດດ Android App ໃຫ້ກັບທ່ານຜູ້ອ່ານໄດ້ທົດລອງໃຊ້ກັນ ແລະສາມາດຕິດຕາມໄດ້ທີ່ http://www.souliyo.com/topics/android-apps

 


Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.