ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຂ່າວລື: Amazon ຕຽມອອກແທັບເລັດສອງລຸ້ນ Coyote ແລະ Hollywood

ຂ່າວໄອທີ, ແທັບເລັດ

 

ລ່າສຸດມີຂ່າວລືອອກມາວ່າ Amazon ກຽມທີ່ຈະອອກ Android ແທັບເລັດໃຫມ່ເຖິງສອງລຸ້ນດ້ວຍກັນ ເຊິ່ງຕາມລາຍງານນັ້ນທັງສອງລຸ້ນມີ CodeName ວ່າ Coyote ແລະ Hollywood.

ລາຍລະອຽດເບື້ອງຕົ້ນຂອງແທັບເລັດທັງສອງໂຕນັ້ນແມ່ນ Coyote ຈະມາກັບຫນ່ວຍປະມວນຜົນ NVIDIA Tegra 2. ແຕ່ສຳລັບ Hollywood ຄາດວ່າຈະມີຂະຫນາດໃຫຍ່ກວ່າ Coyote ແລະຈະມາກັບຫນ່ວຍປະມວນຜົນລູ້ນຕໍ່ໄປຂອງ NVIDIA ທີ່ຊື່ວ່າ NVIDIA T30 “Kal-El” ເຊິ່ງ ຫນ່ວຍປະມວນຜົນໂຕໃຫມ່ນີ້ຈະປະສິດທິພາບສູງກວ່າ Tegra 2 ເຖິງ 5ເທຶ່ອ ຫລື 500% ນັ້ນເອງ. ນອກນັ້ນ ໃນລາຍງານກໍ່ຍັງບໍ່ມີຫຍັງເພີ່ມເຕີມ ບໍ່ມີຂະຫນາດຫນ້າຈໍ ນ້ຳຫນັກ ຫລື ອັນໃດອື່ນ ແຕ່ທີ່ແນ່ໆແມ່ນເຮົາອາດຈະໄດ້ເຫັນແທັບເລັດຂອງ Amazon ໃນຊ່ວງທ້າຍປີນີ້.

ທີ່ມາ – BGR

 

ລອງອ່ານກ່ຽວກັບ  ຜູ້​ໃຊ້​ເກືອບ 50% ເລືອກໃຊ້ Windows 7 ລຸ້ນ 64 ບິດ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.