ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Amazon Cloud Player ຮອງຮັບອຸປະກອນ iOS ແລ້ວ (ແນວໃດເຂົ້າມາເບິ່ງ)

ຂ່າວໄອທີ

ຫລັງຈາກທີ່ Amazon ໄດ້ເປີດບໍລິການ Cloud Player ຫລືບໍລິການ Stream ເພງສ່ວນໂຕຈາກລະບົບ Cloud ມາຍັງອຸປະກອນຕ່າງໆເຊັ່ນ: ເວັບບຼາວເຊີ່ ແລະ App ໃນ Android. ລາຍລະອຽດສາມາດເຂົ້າໄປເບິງໄດ້ທີ່ຂ່າວເກົ່າ ທີ່ນີ້. ເຊິ່ງກ່ອນຫນ້ານີ້ຫລາຍຄົນກໍ່ອາດຈະຄິດວ່າຈະເປັນໄປໄດ້ ຫລື ບໍ່ ທີ່ບໍລິການນີ້ຈະບໍ່ຮອງຮັບ iOS ຫລືຈະບໍ່ອອກ App ສຳລັບ iOS, ແຕ່ຈົນຮອດປະຈຸບັນນີ້ກໍ່ຍັງບໍ່ທັນເຫັນ App ອອກມາ. ກ່ອນຫນ້ານີ້ມີການເຂົ້າໄປທົດລອງໃຊ້ງານ Cloud Player ຜ່ານເວັບບຼາວເຊີ່ຂອງ iOS ແລະກໍ່ຖືກປະຕິເສດການສະຫນັບສະຫນຸນ ແລະບໍ່ສາມາດໃຊ້ງານໄດ້.

ແຕ່ປະຈຸບັນ Amazon ໄດ້ພັດທະນາແລະປັບປຸງ Cloud Player ໃຫມ່ແບບງຽງໆ (ຕ່ນັ້ນບໍ່ໄດ້ຫມາຍຄວາມວ່າປັບປຸງໃຫ້ໃຊ້ງານໃນ iOS ໄດ້) ແລະປະຈຸບັນອຸປະກອນຂອງ iOS ສາມາດເປີດແລະຫລິ້ນເພງ, ໃຊ້ງານຕ່າງໆໃນ Cloud Player ໄດ້ແບບບໍ່ມີທີ່ຕິ ບໍ່ວ່າຈະເປັນການຫລິ້ນເພງ, ຢຸດເພງ, ເລືອກເພງຕ່າງໆ ສາມາດເຮັດໄດ້ຫມົດທຸກຢ່າງ, ແລະໃນເວລາມີຄົນໂທເຂົ້າມາ ມັນກໍ່ຈະຢຸດຊົ່ວຄາວໃຫ້ແບບອັດຕະໂນມັດອີກດ້ວຍ. ແຕ່ສິ່ງດຽວທີ່ຍັງເຮັດບໍ່ໄດ້ກໍ່ຄືການ Upload ເພາະຍັງຕ້ອງການການໃຊ້ Flash ເຂົ້າໃນການອັບໂຫລດເພງຂຶ້ນໄປຍັງ Cloud Player ຢູ່.

ສຳທ່ານຜູ້ອ່ານທ່ານໃຊ້ອຸປະກອນ iOS ສາມາດໄປທົດລອງເຂົ້າໄປບໍລິການຂອງ Cloud Player ເທິງຫນ້າເວັບໄດ້ໂດຍຜ່ານ Safari ພຽງແຕ່ຂັ້ນຕອນທີ່ມີການເຕືອນບອກວ່າບຼາວເຊີ່ຂອງທ່ານບໍ່ສະຫນັບສະຫນຸນນັ້ນ ໃຫ້ກົດ continue ໄປເລີຍ, ເທົ່ານີ້ກໍ່ຈະສາມາດເຂົ້າໄປໃຊ້ງານໄດ້ແລ້ວ. ສຳລັບບໍລິການ Cloud Player ນັ້ນໄດ້ຮັບການຕອບຮັບທີ່ດີຫລາຍ ແຕ່ຫາກມັນສາມາດເຮັດວຽກໃນ iOS ໄດ້ເຕັມທີ່ ຫລື ມີ App ສຳລັບ iOS ມັນກໍ່ຈະຍິ່ງໄດ້ຮັບຄວາມນິຍົມ ແລະ ຜູ້ໃຊ້ຫລາຍຂຶ້ນ. ແຕ່ກໍ່ຫວັງວ່າເມຶ່ອ Apple ເຫັນເປັນແບບນີ້ແລ້ວ, ໃນອີກບໍ່ດົນ Apple ກໍ່ຄົງຈະອອກບໍລິການລັກສະນະແບບນີ້ອອກມາໃຫ້ໃຊ້ກັນຢ່າງແນ່ນອນ.

ທີ່ມາ – Techcrunch ແລະ Engadget

 

ລອງອ່ານກ່ຽວກັບ  ກູ​ເກີນ​ຊື້​ບໍລິສັດ​ຂາຍ​ປິ້ຍົນ​ອອນ​ໄລນ໌ ITA

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.