ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Youtube ເພີ່ມ WebM ເຂົ້າມາເປັນອີກໜຶ່ງປະເພດວິດີໂອໃນ Youtube ແລ້ວ

ຂ່າວໄອທີ

ລ່າສຸດ Google ອອກມາປະກາດຜ່ານ Youtube Blog ຢ່າງເປັນທາງການແລ້ວວ່າ, ປະຈຸບັນທາງເວັບໄຊຕ໌ໄດ້ເລີ່ມປ່ຽນ Format ຂອງ Video ໄປເປັນ WebM ແລ້ວ.

ນັບແຕ່ນີ້ຕໍ່ໄປ, ວິດີໂອໃຫມ່ທີ່ຖືກອັບໂຫລດຂຶ້ນໄປຍັງ Youtube ທັງຫມົດຈະຖືກປ່ຽນໄປເປັນ WebM ອີກປະເພດຫນຶ່ງ ຄູ່ກັບປະເພດອື່ນໆໄປ, ໃນປະຈຸບັນ Youtube ໄດ້ແປງໄຟລ໌ວິດີໂອເກົ່າທີ່ຖືກອັບໂຫລດຂື້ນໄປກ່ອນຫນ້ານີ້ ໃຫ້ເປັນ WebM ໄດ້ 30% ແລ້ວຂອງວິດີໂອທັງຫມົດ, ເຊິ່ງໃນ 30% ນັ້ນຈະເປັນວິດີໂອທີ່ມີຄວາມນິຍົມສູງ ແລ້ວຈະຄ່ອຍໆລຽງລຳດັບຂຶ້ນມາ. ນອກນັ້ນໃນລາຍງານຍັງບອກອີກວ່າ ທາງບໍລິການຂອງ Youtube ຍັງໄດ້ເຄື່ອງມືໃນການແປງໄຟລ໌ ທີ່ຕິດຕັ້ງໄວ້ເທິງ Cloud Computing  ເພີ່ມຂຶ້ນອີກ ເຊິ່ງຈະສາມາດເຮັດວຽກໄດ້ແບບບໍ່ມີຍຸດ ບໍ່ວ່າຈະໃນກໍລະນີທີ່ມີການອັບໂຫລດ ຫລື ເຄື່ອງມືເຮັດວຽກຫນັກ ມັນກໍ່ຈະປ່ຽນໄປຫາເຄື່ອງມືໂຕອື່ນ ຕໍ່ໆກັນໄປ ເພຶ່ອແບງເບົາ ແລະໃຫ້ສາມາດເຮັດວຽກໄດ້ໄວຂຶ້ນ.

ຢ່າງໃດກໍ່ຕາມ, ທາງ Google ກໍ່ຈະຍັງສະຫນັບສະຫນຸນວິດີໂອປະເພດ H.264 ຕໍ່ໄປ ເພຶ່ອການເຂົ້າເຖິງທີ່ຫລາຍຂຶ້ນ, ແລະຍັງຖິ້ມທ້າຍດ້ວຍການບອກວ່າ ຍັງຄົງພັດທະນາເຄື່ອງມືການຫລິ້ນວິດີໂອໃນ Youtube ໃນມາດຕະຖານຂອງ HTML5 ຕໍ່ໄປ.

ທີ່ມາ – Youtube Blog

ລອງອ່ານກ່ຽວກັບ  Google ຕຽມປ່ອຍເເທັບເລັດ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.