ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ມາຕິດຕາມສະຖານະຂອງ Windows Phone 7 ວ່າໄປຮອດໃສແລ້ວ

ຂ່າວໄອທີ, ໂທລະສັບ

ລ່າສຸດ Microsoft ອອກມາໂພສສະຖານະຂອງ Windows Phone 7 ດ້ວຍໂຕເລກຂອງ App ແລະ ນັກພັດທະນາ ໂດຍປະຈຸບັນ Microsoft ມີ App ສຳລັບ Windows Phone 7 ທັງຫມົດ ຫລາຍກວ່າ 11,500 App( App ເສຍເງິນຈຳນວນ 7,500 App) ແລະຍອດນັກພັດທະນາຕອນນີ້ເພີ່ມຂຶ້ນມາເປັນ 36,000 ຄົນ ແລະມີເພີ່ມຂຶ້ນຈຳນວນ 1,200 ຄົນ ທຸກໆອາທິດ. ນອກນັ້ນ ຍອດການດາວໂຫລດຂອງເຄື່ອງມືໃນການພັດທະນາ ຕອນນີ້ມີຍອດທີ່ 1.5ລ້ານດາວໂຫລດ.

ຢ່າງໃດກໍ່ຕາມ ໂຕເລກ App ຖືວ່າຍັງນ້ອຍກວ່າໂຕເລກນັກພັດທະນາຫລາຍ ຜູ້ຂຽນເອງກໍ່ຍັງບໍ່ເຂົ້າໃຈ, ແຕ່ຢ່າງໃດກໍ່ຕາມ ຍອດສະເລ່ຍຂອງການດາວໂຫລດ App ຂອງຜູ້ໃຊ້ ສະເລ່ຍທີ່ 12 App ຕໍ່ເດືອນ. ເຊິ່ງຫາກທຽບໃສ່ຄູ່ແຂ່ງຢ່າງ Android ທີ່ມີ 100,ooo ກວ່າ App ທີ່ປະກາດໄປທ້າຍປີທີ່ຜ່ານມາ ແລະ iOS ທີ່ມີຍອດ 300,000 ທີ່ໄດ້ປະກາດໃນຊ່ວງຕົ້ນປີມານີ້ ແລ້ວຖືວ່າຍັງຫ່າງກັນຫລາຍ. ເຊິ່ງສະຖິຕິຂອງ iOS ເຮັດໄວ້ຄື ມີຍອດ 100,000 App ພາຍໃນເວລາ 15ເດືອນເທົ່ານັ້ນ.

ທີ່ມາ – Mashable

ລອງອ່ານກ່ຽວກັບ  ຂ່າວລື AOL ຈະຂາຍບໍລິສັດໃຫ້ ໄມ​ໂຄ​ຊອຟົທ໌

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ຂໍຖາມແດ່ວ່າ
    ຈະອັນລອກໂທສັບ HTC ທີ່ເອົາມາແຕ່ເມການີ້ເຮັດແນວໃດ
    ຫຼືວ່າຮ້ານໃດທີ່ສາມາດອັນລອກໄດ້ແດ່
    ຂໍຂອບໃຈ
    ຖ້າຮູ້ຮ້ານ ຫຼືວິທີອັນລັອກແລ້ວຂພຈຈະບອກເອື້ອຍຝາກມາໃຫ້
    ູຢູ່ເມກາຊື້ HTC ຕິດສັນຍາສອງປີມັນລາຖາຖືກຫຼາຍ
    HTC windows phone

    1. ອັນນີ້ບໍ່ຮູ້ເນາະ ເອົາເປັນວ່າຫາກຊື້ລຸ້ນໃດມາກໍ່ລອງຄົ້ນຫານຳອິນເຕີເນັດວ່າ ວິທີການປົດລັອກຂອງໂທລະສັບລຸ້ນນັ້ນໆ

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.