ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple ຈະມີປັນຫາບໍ່? ຫາກ MS ຈະຂໍມີ Windows App Store ນຳອີກຄົນ

ຂ່າວໄອທີ

ລ່າສຸດມີລາຍງານອອກມາວ່າ ໄດ້ພົບຮູບລຸດ ຫລື ຮູບຫນ້າຕາຂອງ Windows App Store ທີ່ Microsoft ຕຽມທີ່ຈະອອກມາຄູ່ກັບ Windows 8 ຫລືລະບົບປະຕິບັດການລຸ້ນຕໍ່ໄປຂອງ Microsoft, ເຊິ່ງຈາກທີ່ສັງເກດເບິງຊື່ແລ້ວ ກໍ່ເຮັດໃຫ້ເຄືອງໃຈ Steve Jobs ແຫ່ງ Apple ບໍ່ຫນ້ອຍກໍ່ຫລາຍ. ຂ່າວນີ້ເຮັດໃຫ້ຕ້ອງກັບໄປຫາຂ່າວທີ່ອອກມາກ່ອນຫນ້ານີ້, ເຊິ່ງເປັນຂ່າວກ່ຽວກັບ Microsoft ຍື່ນຄຳຮ້ອງ ຕໍ່ສຳນັກງານສິດທິບັດ ແລະ ເຄືອງຫມາຍການຄ້າ ໃນສະຫະລັດອາເມລິກາ ໃຫ້ຍົກເລີກສິດທິບັດຄຳວ່າ “App Store” ທີ່ Apple ເປັນຈຳຂອງຢູ່ນັ້ນເປັນຄຳສາມັນ, ເຊິ່ງຍັງບໍ່ມີຜົນປະກາດອອກມາວ່າທາງສຳນັກງານ ຈະຍົກເລີກສິດທິບັດດັ່ງກ່າວ ທີ່ Apple ຖືໄວ້ຫລືບໍ່, ສາມາດອ່ານຂ່າວເກົ່າໄດ້ ທີ່ນີ້. (ຫລືວ່າ Microsoft ຈະຊະນະເລື່ອງນີ້ ແລ້ວມີສິດໃຊ້ເຄື່ອງຫມາຍການຄ້າທີ່ຊື່ວ່າ App Store).

ສຳລັບຫນ້າຕາຂອງ Windows App Store ນັ້ນ,​ ເວົ້າໄດ້ເລີຍວ່າກ໊ອບ ກັນອອກມາປານຟາແຟດກັນເລີຍກໍ່ວ່າໄດ້ ເພາະທັງຫນ້າຕາ, ຄອນເຊັບ, ລວມເຖິງຈຸດປະສົງນັ້ນ ຄ້າຍຄືກັບ Mac App Store ຂອງ Apple ແບບໃດແບບນັ້ນເລີຍ. ອະທິບາຍຢ່າງດຽວຜູ້ອ່ານກໍ່ອາດຈະບໍ່ເຂົ້າໃຈປານໃດ, ແຕ່ກໍ່ດັ່ງຮູບພາບທີ່ເຫັນໃນບົດຄວາມນີ້ເລີຍ, ເພາະນີ້ຄື Windows App Store ຂອງ Microsoft.

ຢ່າງໃດກໍ່ຕາມ ຂ່າວນີ້ມີສິດເປັນຄວາມຈິງຫລາຍກວ່າ ການແຕ່ງແຕ້ມຂຶ້ນມາ, ແຕ່ສຳລັບຄວາມເຫັນຂອງຜູ້ຂຽນແລ້ວ, ຊ່ວງຫລັງນີ້ Microsoft ເລີ່ມຈະຕາມເກມຂອງ Apple ຫລາຍຂຶ້ນ, ທັ້ງໆທີ່ກ່ອນຫນ້ານີ້ Steve Ballmer CEO ຂອງ Microsoft ກໍ່ອອກມາຫົວຂັວນ ແລ້ວກໍ່ໃຫ້ຄວາມເຫັນວ່າ ແນວຄິດຂອງ Apple ນັ້ນເປັນໄປບໍ່ໄດ້ ແລະບໍ່ແມ່ນແນວທາງທີ່ຈະປະສົບຄວາມສຳເລັດ. ໂດຍແນວຄິດຂອງ Apple ກໍ່ຄື “Think Different.” ແລະກໍ່ຕ້ອງເບິງຕໍ່ໄປວ່າເລື່ອງດັ່ງກ່າວຈະດຳເນີນການໄປແນວໃດ.

ທີ່ມາ – Zdnet

ລອງອ່ານກ່ຽວກັບ  [Google I/O] Google ເປີດບໍລິການ Google Music beta ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.