ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຍອດຂາຍ Windows 7 ພາຍໃນເວລາ 18ເດືອນ ຫລັງຈາກເລີ່ມວາງຂາຍ

ຂ່າວໄອທີ

ລ່າສຸດທາງ Microsoft ໄດ້ໂພສຍອດຂາຍຂອງ Windows 7 ໃນປະຈຸບັນນີ້ວ່າມີຍອດຂາຍເກີນ 350ລ້ານ License ແລ້ວ ໂດຍຫາກຄິດໄລ່ເວລາຕັ້ງແຕ່ມືທຳອິດທີ່ອອກວາງຈຳຫນ່າຍ ຈົນເຖິງປະຈຸບັນກໍ່ຕົກເປັນ 18ເດືອນພໍດີ. ເຊິ່ງທາງ Microsoft ຍັງບອກວ່າ ຍອດຂາຍດັ່ງກ່າວເປັນທີ່ຫນ້າພໍໃຈຫລາຍອີກດ້ວຍ.

ຢ່າງໃດກໍ່ຕາມຍອດຂາຍ Windows 7 ຍັງແຮງຂຶ້ນໄປເລື້ອຍໆໃນປະຈຸບັນ, ເຊິ່ງຫາກກັບໄປເບິງ ຍອດຂາຍຂອງ Windows 7 ໃນຕອນຄົບຮອບ 12ເດືອນທຳອິດ ຫລື ຫນຶ່ງປີທຳອິດ ຫລັງຈາກວາງຂາຍ ຕອນນັ້ນ Windows 7 ມີຍອດຂາຍປະມານ 240ລ້ານ License ເຊິ່ງລວມກັບຍອດຂາຍປະຈຸບັນແລ້ວ ຖືວ່າ Windows 7 ມີຍອດຂາຍເພີ່ມຂຶ້ນເຖິງ 68.5% ນັ້ນຫມາຍຄວາມວ່າຫລັງຈາກຫນຶ່ງປີທຳອິດພຽງ 6ເດືອນ Windows 7 ມີຍອດຂາຍເພີ່ມຂຶ້ນ 68.5%.

ຖືວ່າເປັນຍອດຂາຍທີ່ຍັງຄົງແຮງຢ່າງຕໍ່ເນື່ອງ ແລະກໍ່ໄດ້ຮັບຄວາມນິຍົມສູງ,​ ເພາະຜູ້ຂຽນບົດຄວາມເອງຍັງຮູ້ສຶກມັກແລະຕິດໃຈໃນ Windows 7 ແລະຫວັງວ່າຄົນແຖວນີ້ກໍ່ຄວນຈະອັບເກຼດຈາກ XP ໄປເປັນ Windows 7 ກັນໄດ້ແລ້ວ ກ່ອນທີ່ຈະຕົກຍຸກ 😀 ຫລື ເພຶ່ອຈະໄດ້ບໍ່ພົບປັນຫາຕ່າງໆ ເພາະໃນປະຈຸບັນໂປຼແກຼມທີ່ເຮັດອອກມານັ້ນ ຈະສາມາດເຮັດວຽກໃນລະບົບປະຕິບັດການ Windows 7 ໄດ້ດີກວ່າ ແລະ ບໍ່ຫຍຸ້ງຍາກ.

ທີ່ມາ – Windows Team Blog

ລອງອ່ານກ່ຽວກັບ  Office Web Apps ເລີ່ມເປີດໃຫ້ບໍລິການແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.