ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ທິບນ້ອຍໆ ສຳລັບຄົນຕິດ Facebook ແບບຮຸນແຮງ ແຕ່ຖືກບັອກໄວ້

How To..., social media

ເປັນຫາຫລາຍຢ່າງຂອງຄົນໄວເຮັດວຽກໃນປະຈຸບັນ ກໍ່ຄືຢາກໃຊ້ Facebook ໃນເວລາເຮັດວຽກ​ (ຄວາມຈິງມັນກໍ່ບໍ່ແມ່ນປັນຫາໃຫຍ່ຫລວງ), ແຕ່ດ້ວຍຄວາມທີ່ໃຊ້ງານແບບບໍ່ມືນຫູມືນຕາ ຂອງບັນດາພະນັກງານ ຂອງອົງການຫ້ອງລ້າ ຫ້ອງການຕ່າງໆຕ່າງໆ ຈຶ່ງເຮັດໃຫ້ທາງພະແນກໄອທີບຼອກການເຂົ້າ Facebook ໄວ້, ເຊິ່ງການກະທຳດັ່ງກ່າວເຮັດໃຫ້ຄົນທີ່ມັກຈົ່ມ ຫລື ມັກອັບເດດ, ອັບຮູບປະຈຳອາທິ ຫລື ຮູບເດັດໆໃຫມ່ ໃນ Facebook ຕ້ອງອົດຫລິ້ນກັນເລີຍທີດຽວຊຽວ, ເຊິງບາງຄົນເຖິງຂັ້ນງຸດງິດ,​ ຫລືບາງລາຍມີປັນຫາກັບແຟນທີ່ເຮັດວຽກຢູ່ພະແນກນີ້ (ເວົ້າຫລິ້ນ). ບັນຫາພວກນີ້ຈະຫມົດໄປ ດ້ວຍທິບນ້ອຍໆທີ່ຈະມາແນະນຳໃນບົດຄວາມນີ້, ມາເບິງກັນເລີຍວ່າແມ່ນຫຍັງ ແລ້ວເຮັດແນວໃດ.

ທິບນ້ອຍໆນີ້ເປັນວິທີການອັບເດດສະຖານະ ຫລື ອັບໂຫລດຮູບຂຶ້ນ Facebook ຜ່ານ Email. ວິທີການກໍ່ງ່າຍໆ ພຽງແຕ່ທ່ານມີໂອກາດໄດ້ເຂົ້າໄປລັອກອິນບັນຊີ Facebook ຂອງທ່ານ, ໃຫ້ທ່ານເຂົ້າໄປທີ່ http://www.facebook.com/mobile ແລ້ວໃຫ້ສັງເກດຈະມີທີ່ຢູ່ Email ອອກມາ [email protected] ເຊິ່ງເປັນ Email ລັບ, ທີ່ທ່ານຕ້ອງສົ່ງໄປຫາ ເພຶ່ອອັບເດດສະຖະນະຂອງທ່ານ, ເຊິ່ງສາມາດອັບສົ່ງຮູບ ແລະ ວິດີໂອໄປນຳໄດ້ອີກດ້ວຍ. ສຳລັບອີເມວນີ້ ສາມາດຂໍປ່ຽນໃຫມ່ໄດ້ເລື້ອຍໆ ແລະບໍ່ຈຳກັດ.

ໃນຂັ້ນຕອນການສົ່ງນັ້ນ, ແມ່ນໃຫ້ຈືໄວ້ວ່າ ໃຫ້ສົ່ງໄປ Email ທີ່ທ່ານໄດ້ມາ, ແລ້ວໃນສ່ວນຂອງຂໍ້ຄວາມນັ້ນ ແມ່ນໃຫ້ໃສ່ເທິງ Subject ຫລື ຫົວຂໍ້ຂອງອີເມວ. ສ່ວນໃຈຄວາມຂອງອີເມວ ຫລືໃນສ່ວນ Body ແມ່ນບໍ່ຈຳເປັນຕ້ອງໃສ່. ສ່ວນການອັບໂຫລດຮູບນັ້ນ ກໍ່ສາມາດມາດແນບໄປກັບ Email ທີ່ສົ່ງໄປ, ເຊິ່ງສາມາດສົ່ງໄປໄດ້ຫລາຍໆຮູບພ້ອມໆກັນ ແລະຕ່ອງສົ່ງໃນແບບໄຟລ໌ແນບ ເທົ່ານັ້ນ.

ພຽງເທົ່ານີ້ ທ່ານກໍ່ຈະສາມາດອັບເດດສະຖານະໃນ Facebook ຂອງທ່ານໄດ້ແລ້ວ, ເຖິງວ່າທ່ານຈະບໍ່ສາມາດເຂົ້າ Facebook ໄດ້. ນອກນັ້ນ ທ່ານຍັງສາມາດຍັງສາມາດຕອບກັບຫມູ່ເພື່ອນທີ່ມາສະແດງຄວາມເຫັນໃນສະຖານະຂອງທ່ານ ຫລື ຮູບທີ່ທ່ານໄດ້ໂພສລົງໄປໄດ້ ດ້ວຍການຕອບກັບອີເມວທີ່ທ່ານໄດ້ຮັບ ດ້ວຍຂໍ້ຄວາມທີ່ທ່ານຕ້ອງການຕອບຫມູ່ເພື່ອນຂອງທ່ານໃນ Facebook.

ລອງອ່ານກ່ຽວກັບ  ບິວເກດສ໌ ຊົມ ສະຕີຟ ຈັອບສ໌ ແຕ່ບອກ iPad ຍັງບໍ່ດີພໍ

Souliyo

Co-Founder and CTO of BIZGITAL and LOCA

Comments
    1. ໄດ້ຄືກັນ, ພຽງແຕ່ສົ່ງເມວໄປຍັງ Email ທີ່ໄດ້ຮັບມາ ຕາມທີ່ລະບຸໄວ້

Leave a Reply to Tuisouthlao Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.