ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Square Credit Card Reader ມີຂາຍໃນ Apple Store ແລ້ວ

ຂ່າວໄອທີ

ລ່າສຸດ Square credit card reader ເຄື່ອງຮູດບັດເຄດິດເທິງ iPhone ໄດ້ເລີ່ມອອກຈຳຫນ່າຍຢ່າງເປັນທາງແລ້ວ ໃນຮ້ານຄ້າຂອງ Apple ເຊິ່ງມີປະຈຸບັນກໍ່ມີຂາຍແລ້ວໃນຮ້ານຄ້າທົ່ວໄປ ແລະ ກໍ່ຄ້າອອນໄລນ໌ຂອງ Apple.

ຫລາຍຄົນອາດຈະສົງໃສວ່າ Square credit card reader ແມ່ນຫຍັງ? ເຊິ່ງ Square credit card reader ກໍ່ເປັນອຸປະກອນທີ່ຈະສາມາດໃຫ້ຜູ້ໃຊ້ສາມາດໃຊ້ເປັນເຄື່ອງຮັບເງິນຈາກບັດເຄດິດ ໂດຍຜ່ານ iPhone, iPod touch ແລະ iPad ທີ່ເຊື່ອມຕໍ່ອິນເຕີເນັດ. ເຊິ່ງອຸປະກອນນີ້ຈະໃຫ້ບໍລິການພາຍໄຕ້ບໍລິການຂອງ Square ເຊິ່ງຜູ້ໃຊ້ຈະຕ້ອງເຊື່ອມຕໍ່ບັນຊີທະນາຄານ ເຂົ້າກັບບໍລິການຂອງ Square, ແລະທຸກຄັ້ງທີ່ມີການຮັບເງິນຈາກການຮູດບັດໃນເຄື່ອງ Square credit card reader ຈຳນວນເງິນກໍ່ຈະຖືກໂອນເຂົ້າໄປໃນ ບັນຊີທະນາຄານທັນທີ ແລະ ຈະມີຄ່າບໍລິການ ຫລື ຫັກຄ່າບໍລິການຈຳນວນ 2.75% ຕໍ່ຄັ້ງ ຕໍ່ຈຳນວນເງິນ.

ບໍລິການຂອງ Square ເປັນທີ່ຫນ້າຈັບຕາຫລາຍ ເພາະສະດວກສຳລັບການຄ້າຂາຍຂະຫນາດນ້ອຍ ທີ່ຢາກສາມາດຮັບເງິນຈາກລູກຄ້າຜ່ານບັດເຄດິດ ບໍ່ວ່າຈະເປັນ VISA, Master, American Express, Discover ແລະອື່ນໆ. ແຕ່ຄວາມນິຍົມນັ້ນຍັງບໍ່ສູງ ອັນເນື່ອງມາຈາກຕອນນີ້ບໍລິການ Square ຍັງໃຫ້ບໍລິການພຽງແຕ່ໃນອາເມລິກາເທົ່ານັ້ນ ແລະ ຄ່າທຳນຽມໃນການຮັບເງິນທຸກຄັ້ງກໍ່ຍັງສູງ. ສຳລັບລາຄາຂອງ Square credit card reader ນີ້ແມ່ນຢູ່ທີ່ $9.95 ເທົ່ານັ້ນ, ເຊິ່ງຈະເຮັດວຽກຮ່ວມກັບ App ຂອງ Square ເອງ ໂດຍມີໃຫ້ດາວໂຫລດຟຼີ. ລາຍລະອຽດເພີ່ມເຕີມສາມາດເຂົ້າໄປເບິ່ງໄດ້ທີ່ http://squareup.com

ທີ່ມາ -​ Apple Store

ລອງອ່ານກ່ຽວກັບ  Facebook ສຳລັບ iPhone ອັບເດດແລ້ວ ໃຫ້ເຂົ້າກັບໜ້າຕາ iOS 7

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.