ເລື່ອງລາວຂອງ TECH, STARTUP, ແລະ DIGITAL

iPad Game: Space Five ເກມພື້ນຖານງ່າຍໆ ສຳລັບຄົນວ່າງໆ

FREE WARE, iOS Apps

ມື້ນີ້ມີເກມແບບຫລິ້ນງ່າຍໆ ແລະ ກໍ່ເຊຶ່ອວ່າ ຫລາຍຄົນກໍ່ຄົງຮູ້ວິທີຫລິ້ນເກມແບບນີ້ດີ, ເພາະມັນຄືເກມ ແຊັ້ມກາໂລ່ ຫລື X ກັບ O (ຫລາຍຄົນກໍ່ອາດຈະເວົ້າໄປຫລາຍແບບ). ກ່ອນອື່ນກໍ່ຕ້ອງຖາບທາມໄປສະໄຫມຮຽນຫນັງສື ຢູ່ມໍຕົ້ນ ຫລື ມໍປາຍ,​ ເພາະຍາມທີ່ຄ້ານຮຽນຫນັງສືກໍ່ຈະພາກັນຫລິ້ນເກມນີ້ໃສ່ຫນ້າເຈ້ຍປຶມ ໃຫ້ຫມົດຊົ່ວໂມງໄປ.

ແຕ່ທີ່ຈະມາແນະນຳມື້ນີ້ກໍ່ຄື Space Five ເກມແຊັ້ມກາໂລ່ ໃນ iPad. ຟັງເບິງແລ້ວກໍ່ຫນ້າສົນໃຈແມ່ນບໍ່ ເພາະດ້ວຍຂະຫນາດທີ່ເທົ່າກັບກະດານນ້ອຍ,​ ຫລື ປະມານຫນ້າເຈ້ຍຫນຶ່ງ. ເຊິ່ງໃນເກມນີ້ຈະໃຊ້ຫລັກການດຽວກັບເກມແຊັ້ມກາໂລ່ທີ່ເຮົາຫລິ້ນກັນທົ່ວໄປ ຕ່າງແຕ່ຈະປ່ຽນຈາກ X ແລະ O ທີ່ເຮົາແຕ້ມກັນໃນຫນ້າເຈ້ຍ ເປັນການວາງລູກສີ ຫລື ຫລຽນຂອງຕົນເອງແທນ, ພ້ອມມີໃຫ້ເລືອກຫລາຍສີສັນ.

Space Five ສາມາດຫລິ້ນໄດ້ທັງຫມົດສອງຄົນ, ທ່ານສາມາດຫລືກຫລິ້ນກັບ Bot (ຫລິ້ນກັບລະບົບ) ແລະສາມາດຫລິ້ນກັບຫມູ່ຂອງທ່ານໄດ້ອີກດ້ວຍ. ໃຜທີ່ສົນໃຈສາມາດເຂົ້າໄປດາວໂຫລດໄດ້ທີ່ Appstore ໂດຍລິ້ງດາວໂຫລດດ້ານລຸ່ມ, ຂະຫນາດ 15MB ແລະຕ້ອງເປັນ iPad ທີ່ໃຊ້ iOS 3.2 ຂຶ້ນໄປເທົ່ານັ້ນ.

ຄວາມຮູ້ເສີມ: ເກມລັກສະນະນີ້ຊື່ສາກົນແມ່ນ: Gomoku.

ດາວໂຫລດ – http://itunes.apple.com/app/space-five/id392989011

ລອງອ່ານກ່ຽວກັບ  iOS Game: GT Racing ເກມມັນໆແຈກຟຼີ ຈາກ Gameloft

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.