ເລື່ອງລາວຂອງ TECH, STARTUP, ແລະ DIGITAL

SONY 3D Bloggie ກ້ອງຖ່າຍວິດີໂອແບບສາມມິຕິ ເລີ່ມວາງຕະຫລາດແລ້ວ

ຂ່າວໄອທີ

ຈະດີສ່ຳໃດຫາກທ່ານມີກ້ອງວິດີໂອທີ່ສາມາດບັນທຶກວິດີໂອແບບສາມມິຕິ ໃນລາຄາທີ່ຖືກພໍໆກັບກ້ອງພົກພາທົ່າວໄປ, ເພາະລ່າສຸດ SONY ໄດ້ເລີ່ມວາງຂາຍກ້ອງວິດີໂອແບບພົກພາໃນຕະກຸນ Bloggie ຊື່ລຸ້ນ SONY MHS-FS3 3D Bloggie ແລ້ວ ດ້ວຍລາຄາພຽງແຕ່ $249 ເທົ່ານັ້ນ. ເຊິ່ງໃນ SONY 3D Bloggie ລຸ້ນນີ້ຈະມີເລນກ້ອງເຖິງສອງໂຕ ແລະຮອງຮັບການຖ່າຍວິດີໂອແບບສາມມິຕິ, ພ້ອມນັ້ນຍັງສາມາດຫລິ້ນວິດີໂອແບບສາມມິຕິໄດ້ໂດຍບໍ່ຕ້ອງໃສ່ແວ່ນຕາ ໃນຫນ້າຈໍຂະຫນາດ 2.4ນິ້ວ ທີ່ຕິດຢູ່ໃນໂຕ.

ໃນກ້ອງ SONY 3D Bloggie ນີ້ ຈະມີຄວາມຈຳໃນໂຕຂະຫນາດ 8GB ແລະບໍ່ວ່າຈະບັນທຶກວິດີໂອເປັນແບບ 3D ຫລື 2D ກໍ່ຕາມ ຈະສາມາດບັນທຶກໄດ້ດົນເຖິງ 4ຊົ່ວໂມງ ດ້ວຍຄວາມລະອຽດແບບ FULL HD 1920x1080p ແລະຍັງສາມາດບັນທຶກຮູບໄດ້ດ້ວຍຄວາມລະອຽດ 5ລ້ານພິກເຊວ ອີກດ້ວຍ. ນອກຈາກນັ້ນໃນໂຕເຄື່ອງຍັງມີພອດ HDMI ທີ່ຮອງຮັບການສະແດງຜົນແບບ 3D ໃນໂທລະທັດທີ່ຮອງຮັບການສະແດງຜົນແບບ 3D (ແຕ່ສາຍ HDMI ຈະບໍ່ແຖມມານຳ). ລາຍລະອຽດເພີ່ມເຕີມສາມາດເຂົ້າໄປເບິງໄດ້ທີ່ Amazon.

ໃຜທີ່ຢາກທົດລອງໃຊ້ກ້ອງ 3D ລາຄາຖືກໆແຕ່ມີປະສິດທິພາບສູງກໍ່ອາດຈະລອງຫາປະສົບການຈາກກ້ອງໂຕນີ້ເບິງ ເພາະລາຄາກໍ່ບໍ່ແພງອີກດ້ວຍ.

ທີ່ມາ – Amazon

ລອງອ່ານກ່ຽວກັບ  Sony ເປີດໂຕ ກ້ອງພົກພາຂະຫນາດນ້ອຍ ແບບ 3D ຖ່າຍວິດີໂອໄດ້ 1080p

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.