ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Skype ຈະລົງໃນ Windows Phone 7 ໃນໄຕມາດສຸດທ້າຍຂອງປີນີ້

ຂ່າວໄອທີ, ໂທລະສັບ

ໃນຊ່ວງກາງປີ 2010 ທີ່ຜ່ານມາມີຂ່າວອອກມາວ່າ Skype ບໍ່ສົນໃຈທີ່ຈະພັດທະນາ Application ສຳລັບບໍລິການ VoIP ຂອງຕົນເອງໃນລະບົບປະຕິບັດການ Windows Phone 7 (ຂ່າວເກົ່າ) ໂດຍຈະມຸ້ງເນັ້ນໄປທີ່ Android ແລະ iOS ເທົ່ານັ້ນ.

ແຕ່ປະຈຸບັນ ຍືນຍັນແລ້ວວ່າ Skype ຈະລົງໃນ Windows Phone 7 ໃນໄຕມາດສຸດທ້າຍຂອງປີນີ້ ຢ່າງແນ່ນອນ, ໂດຍໄດ້ມີການຍືນຍັນຈາກ Joe Belfiore ຮອງປະທານບໍລິສັດ ຜູ້ອຳນວຍການຝ່າຍ ການຈັດການລະບົບປະຕິບັດການ Windows Phone ຂອງ Microsoft, ເຊິ່ງໄດ້ປະກາດໃນງານ MIX Conference 2011 ທີ່ຫາກໍ່ຈົບລົງໄປນີ້. ແຕ່ຢ່າງໃດກໍ່ຕາມ Skype ສຳລັບ Windows Phone 7 ອາດຈະບໍ່ຕອບສະຫນອງຜູ້ໃຊ້ ຫລື ເຮັດໃຫ້ສາມາດຕືນຕາຕືນໃຈໄປນຳ ເນຶ່ອງຈາກ Windows Phone 7 ລຸ້ນປະຈຸບັນ ບໍ່ມີກ້ອງຫນ້າ.

ທີ່ມາ – Engadget

ລອງອ່ານກ່ຽວກັບ  ຂ່າວລື AOL ຈະຂາຍບໍລິສັດໃຫ້ ໄມ​ໂຄ​ຊອຟົທ໌

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.