ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Skype ອັບເດດ Skype for Linux 2.2 beta ແລ້ວ ໃນຮອບ​ 15ເດືອນ

ຂ່າວໄອທີ

ກະບໍ່ຮູ້ວ່າມີທ່ານໃດທີ່ໃຊ້ Skype ໃນລິນຸກ ຫລື ໃຊ້ລະບົບປະຕິບັດການຕະກຸນລິນຸກແດ່, ແຕ່ລ່າສຸດມີທາງ Skype ຜູ້ໃຫ້ບໍລິການ VoIP ລາຍໃຫຍ່, ໄດ້ອອກສຸດອັບເດດ Skype ສຳລັບລະບົບປະຕິບັດການລິນຸກ ຫລື Skype For Linux ເປັນເວີຊັ່ນ 2.2beta ແລ້ວ, ຫລັງຈາກທີ່ບໍ່ໄດ້ມີການອັບເດດ Skype For Linux ມາດົນເຖິງ 15ເດືອນ.

ໃນ Skype For Linux ເວີຊັ່ນ 2.2beta ນີ້ກໍ່ໄດ້ມີການເພີ່ມຄວາມສາມາດສາມຢ່າງຫລັກໆຄື:

  • Skype Access ຄືຜູ້ໃຊ້ສາມາດອອນໄລນ໌ Skype ໄດ້ໃນທຸກບ່ອນທີ່ມີ Skype Wifi Hotspot ເຊິ່ງປະຈຸບັນມີ 2ແສນຈຸດທົ່ວໂລກ ໂດຍຈະຈ່າຍເງິນຜ່ານທາງ Skype credit ຂອງຜູ້ໃຊ້, ເພຶ່ອໃຫ້ອອນໄລນ໌ໄດ້.
  • ຮອງຮັບຄວາມສາມາດ Call waiting ຫລື ລໍສາຍໃນກໍລະນີຄົນໂທມາແລ້ວສາຍບໍ່ວ່າງ, ແລະ ຮອງຮັບ Call Holding ຄືການພັກສາຍໃນລະຫວ່າງການສົນທະນາໄດ້
  • ປັບປຸງປະສິດທິພາບຂອງຄຸນນະພາບຂອງພາບ(Video calling) ແລະ ສຽງ ໃຫ້ດີຂຶ້ນ.

ປະຈຸບັນຜູ້ໃຊ້ສາມາດເຂົ້າໄປດາວໂຫລດ Skype For Linux 2.2 beta ໄດ້ແລ້ວທີ່ Skype.com ຫລືຈະເປັນລິ້ງດ້ານລຸ່ມນີ້ກໍ່ໄດ້ເຊັ່ນກັນ.

http://www.skype.com/intl/en/get-skype/on-your-computer/linux/

ທີ່ມາ – Skype Blog

 

ລອງອ່ານກ່ຽວກັບ  Skype For Android 2.5 ມາແລ້ວ,​ ເພີ່ມການຮອງຮັບ Video Calling ອີກ 14ລຸ້ນ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.