ເລື່ອງລາວຂອງ TECH, STARTUP, ແລະ DIGITAL

[ຍັງແຮງບໍ່ພໍ] Samsung ຕຽມອອກ Dual Core 2GHz ສຳລັບໂທລະສັບມືຖື

ຂ່າວດ່ວນ, ໂທລະສັບ

ມີແຮງຢູ່ແລ້ວແຕ່ກໍ່ຍັງບໍ່ພໍ ແລະບໍ່ມີຄຳວ່າພໍສຳລັບໂລກ IT, ເພາະຕັ້ງແຕ່ທີ່ໂທລະສັບມືຖືໄດ້ມີຫນ່ວຍປະມວນຜົນໂຕທຳອິດ ທີ່ມີຄວາມໄວ 1GHz ໃນສອງປີທີ່ຜ່ານມາ ກໍ່ຮູ້ສຶກວ່າຍັງໄວບໍ່ພໍ ຫລືວ່າ ຍັງຕອບສະຫນອງການໃຊ້ງານໃນປະຈຸບັນບໍ່ໄດ້ດີປານໃດ ສະນັ້ນກໍ່ເລີຍຕ້ອງມີອັນມາທົດແທນ ຫລື ຫນ່ວຍປະມວນຜົນທີ່ໄວກວ່າອອກມາ.

ລ່າສຸດກໍ່ມີລາຍງານອອກມາວ່າ Samsung ກຳລັງວາງແຜນທີ່ຈະອອກ CPU​ Dual Core  ທີ່ມີຄວາມໄວເຖິງ 2GHz (2GHz ຕໍ່ 1 Core) ໃນປີຫນ້າ ຫລື ປີ 2012 ນີ້, ນອກນັ້ນທາງ Samsung ຍັງມີແຜນທີ່ຈະຈຳຫນ່າຍໃຫ້ກັບຜູ້ຜະລິດໂທລະສັບລາຍອື່ນໆອີກດ້ວຍ ພາຍໄຕ້ຊື່ Samsung’s Exynos.

ກະບໍ່ຮູ້ສິແຮງໄປຮອດໃສ

ທີ່ມາ – Mashable

ລອງອ່ານກ່ຽວກັບ  ຂ່າວລື Samsung ກຳລັງຈະເປີດໂຕ Nexus Two ຕົ້ນເດືອນ ພະຈິກນີ້

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ບອກໄດ້ເລີຍວ່າຊ່ວງໄລຍະປີ ສອງປີມານີ້ Samsung ໄດ້ມີການພັດທະນາຂື້ນມາໄວອີຫລີ

    1. ຂອງຄົນອື່ນກໍ່ໄວຄືກັນ ຕ່າງແຕ່ມັນບໍ່ຄ່ອຍເປັນຂ່າວ ແລະ ກໍ່ຈະມັກຢູ່ເບື້ອງຫລັງ ຫລາຍກວ່າ. ກ່ອນຫນ້ານີ້ກໍ່ມີ CPU 2GHz ສຳລັບໂທລະສັບອອກມາແລ້ວ ແຕ່ມັນເປັນ Single Core

  2. ແບບວ່າເຫັນດີກັບເລື່ອງໄວໆແບບນີ້ ມັກ
    ແລ້ວຄືບໍ່ເຫັນເວົ້າເຖຶງເວົ້າເຖິງລະບົບປະຕິບັດການຂອງ BADA ມານຳສະເໜີແນ່ ຢາກໄດ້ຕຳແນະນຳຈາກຜູ້ຮູ້ ຊຶລໍຖ້າຟັງ ຫວັງວ່າທ່ານຜູ້ຮູ້ຊຶເອົາມາໄວ້ໃຫ້ອ່ານນຳແນ່ ຈັກກະທູ້ແນ່ນໍ້

    1. ສ່ວນຫລາຍ, ຈະຂຽນແນະນຳກ່ຽວກັບສິ່ງທີ່ຄົນຈັບຕາເບິງ, ແລະ ມັນຕອບໂຈດໃນການໃຊ້ງານບ້ານເຮົາ, ເປັນຕົ້ນແມ່ນ Android. ຈັງໃດຫາກມີຫຍັງຫນ້າສົນໃຈກ່ຽວກັບ BADA ກໍ່ຈະນຳມາສະເຫນີກໍ່ແລ້ວກັນ.

Leave a Reply to Souliyo Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.