ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Samsung Galaxy II ກຳລັງຈະຖືກວາງຈຳຫນ່າຍໃນ ເກົາຫລີໃຕ້

ຂ່າວດ່ວນ, ໂທລະສັບ

ຫລັງຈາກທີ່ມາລາຍງານວ່າ Samsung ຈະຍັງດຳເນີນແຜນເດີມຂອງການວາງຕະຫລາດຂອງ Samsung Galaxy II ໃນເດືອນນີ້. ແຕ່ລ່າສຸດກໍ່ມີລາຍງານອອກມາວ່າ Samsung ກຳລັງຈະເປີດໂຕ Samsung Galaxy II ໃນປະເທດເກົາຫລີໃຕ້ ປະມານວັນທີ່ 25ເມສາ ທີ່ຈະຮອດນີ້. ຢ່າງໃດກໍ່ຕາມ, ຕາມລາຍງານບອກວ່າ ທຳອິດນັ້ນ ທາງ Samsung ໄດ້ມີແຜນທີ່ຈະວາງຈຳຫນ່າຍ Samsung Galaxy II ໃນທະວີບເອີຮົບເປັນບ່ອນທຳອິດ, ແຕ່ດ້ວຍຄວາມທີ່ iPhone 4 ໃນເກົາຫລີໃຕ້ກຳລັງມາແຮງ ຈຶ່ງເຮັດໃຫ້ Samsung Galaxy II ຕ້ອງເຂົ້າໄປຍາດຊີງສ່ວນແບ່ງໃຫ້ໄວທີ່ສຸດ.

ຢ່າງໃດກໍ່ຕາມ ສະເປັກຂອງ Samsung Galaxy II ຄາວໆທີ່ລາຍງານມາແມ່ນຈະມາກັບສະເປັກດັ່ງລຸ່ມນີ້:

  • ລະບົບປະຕິບັດການ Android 2.3
  • ຫນ້າຈໍຂະຫນາດ a 4.3 ນິ້ວ ເປັນຈໍ Super AMOLED Plus
  • ຫນ້ວຍປະມວນຜົນເປັນ Dual-Core ຍັງບໍ່ມີລາຍງານວ່າລຸ້ນໃດ ແລະຄວາມໄວເທົ່າໃດ.
  • ຮອງຮັບ HSPA+
  • ມາພ້ອມກ້ອງ 8ລ້ານພິກເຊວ ແລະສາມາດບັນທຶກວິດີໂອໄດ້ແບບ full HD.
  • ມີ Wi-Fi, Bluetooth, DLNA,
  • ແບັດເຕີລີ່ບັນຈຸ 1650mAh

ທີ່ມາ – Samsung Hub

ລອງອ່ານກ່ຽວກັບ  ຜົນສຳຫລວດຄວາມນິຍົມຂອງ Nokia ລຸດລົງ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.