ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຂ່າຍລືກ່ຽວກັບ Windows 8 ພ້ອມກັບຮູບລຸດຫນ້າຕາ User interface

ຂ່າວໄອທີ

ລ່າສຸດມີລາຍງານວ່າ Microsoft ໄດ້ປ່ອຍ Windows 8 (ຍັງບໍ່ແມ່ນຊື່ຢ່າງເປັນທາງການ) ລຸ້ນ build 7971.0.110324-1900 ໃຫ້ກັບຜູ້ຜະລິດຄອມພິວເຕີຮາດແວລ໌ ຫລາຍໆເຈົ້າ ໄດ້ທົດສອບກັນແລ້ວ ພາຍໄຕ້ໂຄງການທີ່ຊື່ວ່າ Connect ເຊິ່ງໃນນັ້ນລວມມີ HP ຢູ່ນຳ ແລະຍັງບໍ່ມີລາຍລະອຽດວ່າ ຜູ້ຜະລິດລາຍອື່ນໆມີໃຜແດ່. ສຳລັບໂຄງການ Connect ນີ້ເປັນໂຄງການທີ່ເອົາໄວ້ໃຫ້ຜູ້ໃຊ້ ຫລືຫນ່ວຍງານ ແຈ້ງເຕືອນຂໍ້ຜິດພາດ ຫລືສົ່ງ FeedBack ໄປໃຫ້ທາງ Microsoft ແຕ່ສຳລັບການທົດສອບ Windows 8 ນີ້ຈະຖືກຮຽກຊື່ ຫລື ຈັດໃນຫມວດລັບທີ່ຊື່ວ່າ Windows 8 and Server vNext Pre-Release Program. ເຊິ່ງຕາມລາຍງານບອກວ່າ Microsoft ມີແຜນ ຫລືວາງເປົ້າຫມາຍວ່າຈະອອກ Windows 8 ລຸ້ນທົດລອງ ຫລື ລຸ້ນ Beta ໃນເດືອນກັນຍາ ປີນີ້.

ຢ່າງໃດກໍ່ຕາມ ນອກຈາກຈະມີຂ່າວລືກ່ຽວກັບ Windows 8 ແລ້ວກໍ່ຍັງມີຄົນນຳເອົາຮູ້ຕົວຢ່າງ User interface ອອກມາເຜີຍໃນອິນເຕີເນັດ ເຊິ່ງຫນ້າຕາກໍ່ຄ້າຍໆກັບ Windows 7 ຫລາຍ ຈົນເກືອບວ່າແຍກບໍ່ອອກເລີຍກໍ່ວ່າໄດ້. ແຕ່ກໍ່ເປັນໄປໄດ້ວ່າ Microsoft ຍັງບໍ່ທັນເຈາະຈົງໄປໃນເລື່ອງ User Interface ເພາະລະຫວ່າງນີ້ Microsoft ກໍ່ປະກາດຮັບສະຫມັກພະນັກງານ ເພຶ່ອພັດທະນາທາງດ້ານ User interface ຢູ່ເຊັ່ນກັນ.

ຮູບທີ່ເຫັນຢູ່ໃນບົດຄວາມນີ້ເປັນຮູ້ທີ່ລຸດອອກມາ ແລະ ອ້າງວ່າເປັນ Windows 8 ທີ່ Microsoft ກຳລັງເລີ່ມການທົດລອງ. ນອກນັ້ນຍັງມີ Wallpaper ຂອງ​ Windows 8 ມາໃຫ້ດາວໂຫລດອີກດ້ວຍ ສາມາດຄິກດາວໂຫລດທີ່ນີ້ເລີຍ, ແຕ່ເຖິງຢ່າງໃດກໍ່ຕາມ ຂ່າວນີ້ເປັນພຽງຂ່າວລືເທົ່ານັ້ນ ເຊິ່ງຜູ້ຂຽນເອງກໍ່ບໍ່ຄ່ອຍຈະເຊຶ່ອຂ່າວດັ່ງກ່າວປານໃດ, ແຕ່ກໍ່ຄ່ອນຂ້າງເປັນໄປໄດ້ ແລະ ກໍ່ຢາກມາອັບເດດໃຫ້ທ່ານຜູ້ອ່ານໄດ້ຮັບຮູ້ກັນທົ່ວເຖິງ.

ທີ່ມາ – Winrumors, Microsoft News

ລອງອ່ານກ່ຽວກັບ  ໄມ​ໂຄ​ຊອຟົທ໌ ແຈກ Windows Phone 7 ໃຫ້ກັບພະນັກງານ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.