ເລື່ອງລາວຂອງ TECH, STARTUP, ແລະ DIGITAL

RockMelt ອອກເວີຊັ່ນສຳລັບ iPhone ແລ້ວ ສາມາດຊິ້ງກັບ ເວີຊັ່ນ PC ໄດ້

iOS Apps, ຂ່າວໄອທີ

ລ່າສຸດ RockMelt ບຼາວເຊີສຳລັບສັງຄົມອອນໄລນ໌ນ້ອງໃຫມ່ ກໍ່ໄດ້ອອກເວີຊັ່ນສຳລັບ iPhone ແລ້ວ. ສຳລັບເວີຊັ່ນໃນ iPhone ນີ້ຫນ້າສົນໃຈຫລາຍ, ເພາະຄວາມສາມາດເກືອບວ່າຄົບ ແລະບໍ່ຈຳເປັນຕ້ອງໄປໃຊ້ App ອື່ນໃຫ້ວຸ້ນວາຍກັນເລີຍກໍ່ວ່າໄດ້.

RockMelt ສຳລັບ iPhone ນັ້ນ ຫລັກໆແລ້ວກໍ່ຈະເນັ້ນດ້ານການໃຊ້ງານເວັບ ແລະ ສື່ສັງຄົມອອນໄລນ໌ຢ່າງ Facebook, Twitter ແລະອື່ນໆ, ນອກນັ້ນແລ້ວ ຍັງສາມາດຊິ້ງກັບ RockMelt ເວີຊັ່ນທີ່ຢູ່ເທິງ PC ໄດ້, ນັ້ນຫມາຍຄວາມວ່າ RockMelt ສຳລັບ iPhone ຈະສາມາດດຶງຂໍ້ມູນຕ່າງໆໃນ RockMelt ເທິງ PC ຂອງຜູ້ໃຊ້ ໄປລົງໃນ iPhone ໄດ້ ເປັນຕົ້ນ BookMark. ຄວາມສາມາດລວມໆ ແລະເດັ່ນໆຂອງ RockMelt ມີດັ່ງລຸ່ມນີ້:

  • ສາມາດແຈ້ງເຕືອນການອັບເດດໃນ Facebook, Twitter ຫລື ເວັບໄຊຕ໌ອື່ນໆ(ຜ່ານ Feed RSS) ຄືກັບ Client ທົ່ວໄປ, ເມຶ່ອມີການອັບເດດ.
  • ສາມາດເບິງຮູບ, ວິດີໂອ ແລະຄິກລິ້ງໄດ້ທັນທີ.
  • ສຳລັບ Facebook: ຜູໃຊ້ຈະສາມາດອ່ານ Feed ຫລື ການອັບເດດໃຫມ່ໆຈາກຫມູ່ເພື່ອນ, ສາມາດກົດ Like, ສະແດງຄວາມເຫັນ, ແລະມີການແຈ້ງເຕືອນ ເມຶ່ອມີການເຄືອນໄຫວຕ່າງ ຄ້າຍຄືກັບ Facebook App.
  • ສຳລັບ Twitter: ຜູ້ໃຊ້ສາມາດອ່ານຂໍ້ຄວາມ Mentions, ຕອບກັບ, Retweet ແລະ tweet ຂໍ້ຄວາມໄດ້.
  • ສຳລັບເວັບໄຊຕ໌ອື່ນໆ: ແມ່ນສາມາດເພີ່ມເຂົ້າໄປໄດ້ ໂດຍການເພີ່ມ Feed RSS ເຂົ້າໄປ, ແລະເມຶ່ອມີການອັບເດດໃນເວັບໄຊຕ໌ນັ້ນໆ ກໍ່ຈະມີການແຈ້ງເຕືອນຂຶ້ນມາບອກ.
  • ກ່ຽວກັບການແບ່ງປັນຂໍ້ມູນຕ່າງໆ ກໍ່ສາມາດເຮັດໄດ້ເຊັ່ນການແບງປັນ Link, ຮູບ ແລະວິດີໂອ ໄປຍັງ Facebook ແລະ twitter.

ສຳລັບຄົນທີ່ບໍ່ມີເວລາຫລາຍ ແຕ່ບັງເອີນໄປເຈີເວັບ ຫລື ບົດຄວາມທີ່ສຳຄັນ ຫລືຫນ້າສົນໃຈ ກໍ່ສາມາດຈັດເກັບໄວ້ເບິງເທຶ່ອຕາມຫລາຍໄດ້ ດ້ວຍຄວາມສາມາດທີ່ຊື່ວ່າ Save to View Latter. ເຊິ່ງມັນເຮັດຫຍັງໄດ້ແດ່ນັ້ນມາເບິ່ງກັນ:

  • ສາມາດຈັດເກັບບົດຄວາມ, ລິ້ງ, ຮູບ, ວິດີໂອ ແລະອື່ນໆໄວ້ອ່ານຕາມຫລັງໄດ້.
  • ສິ່ງທີ່ຈັດເກັບໄວ້ອ່ານຕາມຫລັງນັ້ນ, ຈະຖືກຊິ້ງ ຫລື ນຳຂຶ້ນຢູ່ເທິງRockMelt ເວີຊັ່ນຂອງຄອມພິວເຕີໄດ້.

ສຳລັບການຊິ້ງຂໍ້ມູນລະຫວ່າງ RockMelt ເທິງ iPhone ກັບ ຄອມພິວເຕີ ສາມາດເຮັດໄດ້ເທິງ RockMelt ສຳລັບ Windows ແລະ RockMelt ສຳລັບ Mac OS X ເຊິ່ງໄດ້ແກ່:

  • ສາມາດຊິ້ງຂໍ້ມູນຂອງ ເວັບໄຊຕ໌ທີ່ມັກ, Bookmarks, ສິ່ງທີ່ເກັບໄວ້ເບິງຕາມຫລັງໃນ View Latter ເຊິ່ງສາມາດຊິ້ງກັບ RockMelt ເທິງຄອມພິວເຕີໄດ້.
  • ຂໍ້ມູນຈະຊິ້ງແບບລະອຽດ ລວມໄປເຖິງໂຕເລກຂອງບົດຄວາມທີ່ຍັງບໍ່ໄດ້ອ່ານ.
  • ທຸກການຕັ້ງຄ່າໃນ RockMelt ສຳລັບ iPhone ຈະຖືກອັບເດດໃນ RockMelt ເທິງ ຄອມພິວເຕີເຊັ່ນກັນ. ຫມາຍຄວາມວ່າ ຕັ້ງຄ່າເທຶ່ອດຽວ ສາມາດປັບແຕ່ງໄດ້ທຸກອຸປະກອນ ຫລືທຸກລະບົບປະຕິບັດການ.

ສຳລັບໃຜທີ່ໃຊ້ iPhone, iPod touch ຫລື iPad ຢູ່ ແລ້ວເປັນຄົນທີ່ກຳລັງໃຊ້ງານ RockMelt ເທິງ PC ຢູ່ ແລ້ວສົນໃຈຢາກທົດລອງ RockMelt ສຳລັບ iPhone ກໍ່ສາມາດເຂົ້າໄປດາວໂຫລດໄດ້ທີ່ AppStore ຫລື ລິ້ງດ້ານລຸ່ມນີ້ໄດ້.

ດາວໂຫລດ – http://itunes.apple.com/us/app/rockmelt/

ລອງອ່ານກ່ຽວກັບ  Apple ເອົາໃຈຜູ້ທີ່ຫາກໍ່ຊື້ iPad 1 ດ້ວຍການ ຄືນເງິນຈຳນວນ $100

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.