ເລື່ອງລາວຂອງ TECH, STARTUP, ແລະ DIGITAL

SONY ປະກາດຍອດຂາຍ PlayStation 3 ແລະ PlayStation Move

ຂ່າວໄອທີ

ລ່າສຸດ SONY ໄດ້ອອກມາປະກາດຍອດຂາຍຂອງ PlayStation 3 ເກມຄອນໂຊນຂອງຕົນເອງ ແລະ PlayStation Move ອຸປະກອນເສີມສຳລັບຫລິ້ນເກມໃນ PlayStation 3. ໂດຍຍອດຂາຍດັ່ງກ່າວມີ 50ລ້ານເຄື່ອງ ສຳລັບ PlayStation 3 ແລະ ອີກ 8ລ້ານເຄື່ອງສຳລັບ PlayStation Move, ເຊິ່ງທັງສອງຍອດຂາຍນັ້ນ ແມ່ນຍອດຂາຍທົວໂລກ.

ຢ່າງໃດກໍ່ຕາມ, ຍອດຂາຍດັ່ງກ່າວນັ້ນເປັນຍອດຂາຍທີ່ຂາຍໃຫ້ກັບຮ້ານຄ້າທົ່ວໂລກ ເຊິ່ງແຫລ່ງຂ່າວໃຊ້ຄຳວ່າ (Shipped) ເພາະເປັນຍອດຂາຍໃຫ້ກັບຜູ້ຈຳຫນ່າຍ ຫລື ຮ້ານຄ້າ,​ ບໍ່ໄດ້ເປັນຍອດຂາຍໃຫ້ກັບຜູ້ຫລິ້ນ ຫລື ຜູ້ໃຊ້ທົ່ວໄປ, ແລະກໍ່ຍັງບໍ່ມີໂຕເລກສຳລັບຍອດຂາຍ ໃຫ້ກັບຜູ້ໃຊ້ອອກມາ. ເຊິ່ງນີ້ອາດຈະເປັນການຕະຫລາດອັນຫນຶ່ງຂອງທາງ SONY ກໍ່ເປັນໄດ້.

ທີ່ມາ – Engadget

ລອງອ່ານກ່ຽວກັບ  Steve Ballmer ບອກ: ມີ Feature ໃຫມ່ຫລາຍກວ່າ 500ລາຍການໃນ Mango

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.