ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຫນັງສື ຊິວະປະຫວັດຂອງ Steve Jobs ເຫລັ້ມທຳອິດ ຈະຖືກຕີພິມ 2012 ນີ້

ຂ່າວໄອທີ

ຂ່າວນີ້ອາດຈະບໍ່ກ່ຽວກັບວົງການ IT ປານໃດ, ແຕ່ມັນກໍ່ກ່ຽວກັນຢູ່ບ່ອນທີ່ມັນກ່ຽວກັບ Steve Jobs ແຫ່ງ Apple. ທີ່ມີຂ່າວວ່າຈະມີຫນັງສືຊີວະປະຫວັດ ຊື່ iSteve, ໂດຍເປັນຫນັງສືກ່ຽວກັບຊີວະປະຫວັດຂອງ Steve Jobs CEO ຂອງ Apple ຄົນປະຈຸບັນ ແລະຫນັງສືເຫລັ້ມນີ້ຈະຖືກຕີພິມ ແລະວາງຈຳຫນ່າຍໃນປີ 2012 ນີ້.

iSteve: The Book Of Jobs ຖືກຂຽນໂດຍອະດີດ CEO ຂອງ CNN ແລະທີ່ປະຈຸບັນເປັນບັນນາທິການຂອງ TIME ໂດຍນັກຂຽນຜູ້ນີ້ມີຊື່ວ່າ Walter Isaacson. ຢ່າງໃດກໍ່ຕາມ,​ ຫາກຫນັງສືເຫລັ້ມນີ້ອອກວາງຈຳຫນ່າຍ ກໍ່ອາດຈະເຮັດໃຫ້ມີຄົນສົນໃຈຫລາຍ, ເພາະອັນເນຶ່ອງມາຈາກ Steve Jobs ມັກຈະເກັບໂຕ ແລະມັກມີຊີວິດທີ່ມີຄວາມເປັນສ່ວນໂຕສູງ, ສະນັ້ນອາດຈະເຮັດໃຫ້ຫລາຍຄົນຢາກຮູ້ ເຖິງການດຳລັງຊີວິດຕ່າງໆຂອງ Steve Jobs ວ່າເປັນແບບໃດ. ນອກນັ້ນ ໃນແງ່ຜູ້ອ່ານທີ່ຕ້ອງການນຳເອົາປະສົບການ ການບໍລິຫານບໍລິສັດ Apple ໃຫ້ຝື້ນຄືນຈາກສະຖະນະທີ່ຕົກຕຳ ຈົນເກືອບຈະລົ້ມລະລາຍ ໃຫ້ກັບມາເປັນບໍລິສັດ ດັງອັນດັບຕົ້ນໆຂອງໂລກໄດ້,​ ເຊິ່ງຈຸດນີ້ອາດຈະເຮັດໃຫ້ນັກທຸລະກິດລຸ້ນໃຫມ່ ຫລືຄົນຍຸກໃຫມ່ກໍອາດຈະຕ້ອງການຮູ້ເຖິງ ແນວຄິດທີ່ຄິດຕ່າງ ແລະ ແນວທາງການຕັດສິນໃຈ  Steve Jobs ໃນຕຳແຫນ່ງຜູ້ບໍລິຫານ ຂອງ Apple.

ສຳລັບຜູ້ຂຽນເອງກໍ່ຄິດວ່າ ຫາກອອກມາມື້ໃດກໍ່ຈະລອງຊື້ມາອ່ານເບິ່ງຈັກຮອບ ສອງຮອບ, ເພາະອາດຈະໄດ້ປະສົບການຕ່າງໆຈາກ Steve Jobs ເພຶ່ອນຳມາປະຍຸກໃຊ້ກັບຊີວິດປະຈຳວັນຂອງຕົນເອງ, ບາງທີອາດຈະປະສົບຄວາມສຳເລັດແບບ ສາສະດາ Steve Jobs ໃນມື້ຫນຶ່ງ 😀

ທີ່ມາ – Mashable

ລອງອ່ານກ່ຽວກັບ  ເຊື່ອບໍວ່າ iPhone 4 ໂຊແທ່ງສັນຍານຜິດ?

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.