ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Nokia ອອກ Symbian Anna ສຳລັບ Nokia N8, E7, C7 ແລະ C6-01

ຂ່າວໄອທີ, ໂທລະສັບ

ລ່າສຸດ Nokia ອອກມາປະກາດເປີດໂຕ Symbian Anna ເຊິ່ງເປັນການປັບປຸງໃຫມ່ຂອງລະບົບປະຕິບັດການ Symbian ຂອງ Nokia. ໃນ Symbian Anna ໄດ້ມີການຍົກເຄື່ອງໃຫມ່ ໃຫ້ກັບຫລາຍໆຄຸນສົມບັດເຊັ່ນ: ປັບປຸງ icon ໃນເມນູ, ປັບປຸງການປ້ອນຂໍ້ມູນ ຫລື Visual Keyboard ໂດຍມີ Visual QWERTY Keyboard ທີ່ຫລາຍຄົນຕ້ອງການ, ປ່ຽນແປງຫນ້າຕາ ພ້ອມຍົກເຄື່ອງ Browser ໃຫມ່ ເຊິ່ງໃຊ້ງານງ່າຍ ແລະ ໄວຂຶ້ນ, ປັບປຸງ OVI Maps ໃຫ້ແນ່ນອນ ແລະໄວກວ່າ ນອກນັ້ນກໍ່ມີຍົກລະດັບຄວາມປອດໄພ ແລະ ລະບົບຂໍ້ຄວາມທີ່ດີຂຶ້ນອີກດ້ວຍ. (ສາມາດເບິງວິດີໂອໄດ້ ທ້າຍຂ່າວ)

Symbian Anna ຈະປອຍໃຫ້ໂທລະສັບສາມລ່າສຸດ ຫລື ລຸ້ນທີ່ໃຊ້ງານ Symbian 3 ເຊິ່ງໄດ້ແກ່: Nokia N8, E7, C7 ແລະ C6-01. ສ່ວນລຸ້ນໃຫມ່ອີສອງລຸ້ນທີ່ກຳລັງຈະອອກມາຄື E6 ແລະ X7 ກໍ່ຈະມາພ້ອມກັບ Symbian Anna ເຊັ່ນກັນ. ນອກນັ້ນ ທາງ Nokia ຍັງລອກກ່ຽວກັບສະຖິຕິໃນ OVI AppStore ເຊິ່ງປະຈຸບັນມີ 5ລ້ານຄັ້ງດາວໂຫລດ ຕໍ່ມື້, ລວມຍອດ App ໂດຍລວມໃນປະຈຸບັນຫລາຍກວ່າ 40,000 App. ມີນັກພັດທະນາຈຳນວນ 158ລາຍ ເຮັດຍອດດາວໂຫລດ App ໄດ້ເກີນຫນຶ່ງລ້ານ. ສ່ວນວັນທີ່ຈະເລີ່ມອອກໃຫ້ອັບເດດ Symbian Anna ໃນ okia N8, E7, C7 ແລະ C6-01ນີ້ ທາງ Nokia ຍັງບໍ່ໄດ້ກຳນົດແນ່ຊັດ ແຕ່ຈະປະມານເດືອນນີ້ເຖິງເດືອນຫນ້ານີ້ແນ່ນອນ.

ຫລັງຈາກສັງເກດຫນ້າຕາແລ້ວ, ກໍ່ຖືວ່າ Nokia ປັບປຸງລະບົບປະຕິບັດການ Symbian ໄດ້ດີຂຶ້ນ ແລະ ຫນ້າໃຊ້ຫລາຍ, ແຕ່ຈະເອີ້ນສັດທາກັບມາໄດ້ຫລາຍ ຫລື ຫນ້ອຍນັ້ນ, ກໍ່ຕ້ອງຖ້າເບິງກັນຕໍ່ໄປ.

ທີ່ມາ – Engadget

ລອງອ່ານກ່ຽວກັບ  Angry Birds ຈະລົງໄປລະເບີດສົງຄາມ ໃນ Facebook ໄວໆນີ້!

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ເປັນຫຍັງໂນເກຍຈິ່ງບໍ່ສາມາດອ່ານພາສາລາວໄດ້ ??

  2. ອັບເດດໄດ້ແລ້ວ symbian anna ແຕ່ອ່ານລາວບໍ່ໄດ້ຄືເກົ່າ

Leave a Reply to phai_kp Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.