ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ໂນເກຍເປີດໂຕ ໂທລະສັບໃຫມ່ສອງລຸ້ນ ມາພ້ອມກັບ Symbian Anna

ຂ່າວໄອທີ, ໂທລະສັບ

ນອກຈາກ Symbian Anna ຈະອອກມາໃຫ້ Nokia N8, E7, C7 ແລະ C6-01 ແລ້ວ, ທາງ Nokia ຍັງປະກາດເປີດໂຕໂທລະສັບມືຖືອີກສອງລຸ້ນຄື Nokia E6 ແລະ Nokia X7. ໃນສອງລຸ້ນທີ່ກ່າວມານີ້ ຈະມາກັບລະບົບປະຕິບັດການ Symbian Anna ທີ່ຫາກກໍ່ປະກາດໄປຂ້າງເທິງນັ້ນອີກດ້ວຍ.​ ສຳລັບ Nokia E6 ແລະ X7 ຈະມີລາຍລະອຽດດັ່ງລຸ່ມນີ້:

Nokia E6:

  • ມາກັບຫນ້າຈໍ LCD 2.46ນິ້ວ, ຄວາມລະອຽດ 640 X 480 ພິກເຊວ.
  • ມີ QWERTY Keyboard.
  • ຄວາມຈຳໃນໂຕ 8GB ສາມາດເພີ່ມ Micro SD ໄດ້ສູງເຖິງ 32GB
  • ມີກ້ອງຫນ້າ ແລະ ຫລັງ ຄວາມລະອຽດ 8ລ້ານພິກເຊວ ສາມາດບັນທຶກວິດີໂອແບບ HD ໄດ້ 720p.
  • ແບັດເຕີລີ່ 1500mAH ສາມາດໂທຕໍ່ເນຶ່ອງເທິງເຄຶອຂ່າຍ 3G ໄດ້ເຖິງ 7ຊົວໂມງເຄິ່ງ, ແລະ ເປີດໄວ້ຫລ້າໆໄດ້ເປັນເດືອນ.
  • ຮອງຮັບການເຊື່ອມຕໍ່ໄຮ້ສາຍ 3G, Wifi b/g/n ແລະ Bluetooth 3.0
  • ຈະມາພ້ອມລະບົບປະຕິບັດການ Symbian Anna.
  • ມີໃຫ້ເລືອກສອງສີຄື ສີເທົາ ແລະ ສີດຳ.
  • ນ້ຳຫນັກ 133ກຼາມ
  • ຈະເລີ່ມວາງຂາຍ ພາຍໃນໄຕມາດສອງປີນນີ້ ໃນລາຄາ $490.

Nokia X7:

  • ໂຕເຄື່ອງເປັນໂລຫະ ປ່ຽງດຽວ ບໍ່ມີຮອຍຕໍ່
  • ມາກັບຫນ້າຈໍແກ້ວທີ່ແຂງແຮງ ເປັນຈໍ AMOLED ຂະຫນາດ 4ນິ້ວ, ພ້ອມຄວາມລະອຽດ 640 x 360ພິກເຊວ.
  • ມີກ້ອງໂຕດຽວຄືກ້ອງຫລັງ ຄວາມລະອຽດ 8ລ້ານພິກເຊວ, ຮອງຮັບການບັນຖຶກວິດີໂອແບບ HD 720p.
  • ຈະມາກັບຫນ່ວຍກາດຄວາມຈຳ 8GB, ພ້ອມສາມາອັບເກດໄດ້ໂດຍ Micro SD Card ຮອງຮັບສູງເຖິງ 32GB
  • ຮອງຮັບການເຊື່ອມຕໍ່ໄຮ້ສາຍຜ່ານເຄຶອຂ່າຍ 2G/3G ແລະ Wifi 802.11 b/g/n ແລະກໍ່ມີ Bluetooth
  • ຊ່ອງເຊື່ອມຕໍ່ຫູຟັງຂະຫນາດ 3.5mm
  • ແບັດເຕີລີ່ຄວາມຈຸ 1200mAH ສາມາດໂທຕໍ່ເນຶ່ອງ 4.5ຊົ່ວໂມງເທິງເຄຶອຂ່າຍ 3G, ເປີດໄວ້ຫລ້າໆໄດ້ 450ຊົ່ວໂມງ.
  • ມາພ້ອມລະບົບປະຕິບັດການໃຫມ່ລ່າສຸດ Symbian Anna
  • ນ້ຳຫນັກ 146g.
  • ຈະເລີ່ມວາງຂາຍ ພາຍໃນໄຕມາດສອງປີນນີ້ ໃນລາຄາ $548.

ສາມາດເບິງວິດີໂອ ຕົວຢ່າງຂອງໂທລະສັບສອງລຸ້ນນີ້ໄດ້ທີ່ທ້າຍຂ່າວ, ຈາກທີ່ເບິງສະເປັກ ລວມດ້ວຍລະບົບປະຕິບັດການ Symbian Anna ໂຕໃຫມ່ລ່າສຸດແລ້ວ ກໍ່ຖືວ່າຫນ້າສົນໃຈຫລາຍ. ຫາກໃຜຍັງເປັນແຟນໆ ຫລື ຍັງຮັກ Nokia ແບບຫນຽວແຫນ້ນກໍ່ອາດຈະຖ້າຊື້ລຸ້ນໃດຫນຶ່ງໃນສອງໂຕນີ້ໄດ້.

ທີ່ມາ​ ​- Nokia E6, Nokia X7

ລອງອ່ານກ່ຽວກັບ  Nokia ເປີດບໍລິການ Ovi Maps 3D ເພຶ່ອແຂ່ງກັບ Google Earth

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.